ໄປໜ້າສຸດທ້າຍ 

(Tới cuối trang)

 

 

  

ໄປໜ້າສຸດທ້າຍ 

(Tới cuối trang)

 

 ກະເດົາ

 (Xoan)

                                                                                                                                                                                                                                           ປ່ຽນເປັນພາສາຫວຽດ

ຊືວິທະຍາສາດ: Azadirachta indica A, Juss. = Melia azadirachta L.

ສະກຸນ: Meliaceae

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ເປືອກຮາກ, ເປືອກລຳ, ໝາກ ແລະ ໃບ.

ຄຸນປະໂຫຍດ:

- ນ້ຳມັນແກ່ນກະເດົາຊ້າງເພີ່ມປະສິດທິພາບຂອງຢາປົວພະຍາດເບົາຫວານ.

- ຢາເມັດທີ່ເຮັດມາຈາກນ້ຳມັນແກ່ນມີປະສິດທິພາບຕໍ່ການຮັກສາລູກໃນຄັນ.

- ແກ່ນປະສົມກັບໃບເຮັດເປັນຢາຂ້າສັດຕູພືດ.

- ເປືອກໃຊ້ເປັນຢາຂ້າແມ່ທ້ອງ.

- ໃບເຮັດເປັນຢາຂ້າເຫົາ, ຂ້າແມງໄມ້.

 

ກາລະບູນ

(Long não)

ປ່ຽນເປັນພາສາຫວຽດ

ຊືວິທະຍາສາດ:  Cinnamomum camphora L. Nees. et Eberm. = Laurus camphora L.

ສະກຸນ: ກາລະບູນ (Lauraceae)

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ, ມີຢູ່ທຸກໆທ້ອງຖິ່ນໃນປະເທດເຮົາ ແລະ ໃນປະເທດອື່ນ.

ພາກສ່ວນໃຊ້ເປັນຢາ: ໃບ, ງ່າ, ລຳຕົ້ນ. ໄມ້ ແລະ ໃບກາລະບູນໃຊ້ເປັນວັດຖຸດິບເພື່ອສະກັດນ້ຳມັນຫອມລະເຫີຍ.

ສ່ວນປະກອບເຄມີສາດ: ນ້ຳມັນຫອມລະເຫີຍຂອງຕົ້ນກາລະບູນແຕ່ລະຊະນິດຈະມີອົງປະກອບທີ່ແຕກຕ່າງກັນໄປ, ຕົວຢ່າງ: camphor, cineol, linalol…

ຄຸນປະໂຫຍດ, ວິທີໃຊ:

- ໃບກາລະບູນຕົ້ມກັບນ້ຳແລ້ວດົມເອົາອາຍ ເປັນຢາປົວໄຂ້ຫັວດ, ຕົ້ມອາບເພື່ອປົວບາດແຜຖະຫລອກ.

- ຮາກເອົາມາຕົ້ມດຶ່ມນ້ຳ ເພື່ອປົວເຈັບທ້ອງ, ແກ້ປວດຮາກ, ຊ່ວຍລະລາຍອາຫານ.

 - ນ້ຳມັນຫອມລະເຫີຍໃຊ້ປົວບາດແຜໄຟໂປກພົກພອງ, ໄລ່ຍຸງ, ເຮັດນ້ຳຢາຊຳລະລ້າງ(ຊຳລະເຊື້ອໂລກພະຍາດ), ປຸງເປັນກາວເພື່ອນວດຕາມຕົນໂຕ.

 - ທາດແປ້ງກາລະບູນ(ທາດມະນີກາລະບູນ)ໄດ້ຖືກສະກັດອອກມາຈາກພາກສ່ວນຂອງເນື້ອໄມ້, ຮາກ ແລະ ໃບ ດ້ວຍວິທີການກັ່ນອາຍນ້ຳ, ເຊິ່ງທາດດັ່ງກ່າວເອີ້ນວ່າ camphor ສາມາດໃຊ້ພາຍນອກເປັນຢາຂ້າ ເຊື້ອ, ປົວອັກເສບ ຫຼື ໃຊ້ພາຍໃນໃນຮູບແບບຂອງຢາສັກ(ທາດລະລາຍ camphor 10-20% ໃນນຳ້ມັນ)ປິ່ນປົວຫົວໃຈຫລົ້ມເຫລວ.

 

ກະຕັງໃບ

(Gối hạc)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ກະຕັງແດງ, ເຂືອງບັງໃບ, ກະລັງໃບ, ເຂືອງແຂ້ງມ້າ.

ຊື່ວິທະຍາສາດ: Leea rubra Blume.

ສະກຸນ: Leeaceae

+ ເປັນຕົ້ນໄມ້ປະດັບອອກດອກຕະຫຼອດປີ, ມັນເກີດເອງຕາມທໍາມະຊາດ.

ພາກສ່ວນໃຊ້ເປັນຢາ: ຮາກ.

ຄຸນປະໂຫຍດ: ປົວຂໍ້ອັກເສບ, ບັນເທົາອາການເຈັບປວດຕາມຂໍ້ຕໍ່, ເຈັບທ້ອງປະຈໍາເດືອນ, ປົວອິດເມື່ອຍຫລັງການຄອດລູກ.

ວິທີໃຊ້ ແລະ ປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 10-16g ໃຊ້ໃນຮູບແບບຢານໍ້າຕົ້ມ, ຢາຝຸ່ນ, ເຫຼົ້າບອງຢາ ປົກກະຕິຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

 

ກະແຕໃຕ້ໄມ້

(Cốt toái bổ)

Rhizoma Drynariae

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Drynaria fortunei J.Sm. = Polypodium fortunei Kze

ສະກຸນ: Polypodiaceae

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດມັນມັກເກີດຢູ່ຕາມຜາຫີນ ແລະ ກ້ອງຕົ້ນໄມ້ໃຫ່ຍ.

ພາກສ່ວນໃຊ້ເປັນຢາ: ຮາກເຫົ້ງາຕາກແຫ້ງ ຫຼື ອົບແຫ້ງ.

ສ່ວນປະກອບເຄມີສາດ: ທາດແປ້ງ, flavonoid.

ຄຸນປະໂຫຍດ: ເປັນຢາບໍາລຸງໝາກໄຂ່ຫຼັງ, ແກ້ປວດກະດູກ, ເຈັບແອວ, ແກ້ເມື່ອຍຫົວເຂົ່າ, ປົວກະດູກແຕກແຫງ, ປົວທຽວທ້ອງຮຸນແຮງ, ປົວເລືອດໄຫລອອກແຂ້ວ.

ວິທີໃຊ້ ແລະ ປະລິມານໃຊ້: ໃຊ້ດື່ມ ຫຼື ພອກຜິວໜັງພາຍນອກ . ມື້ໜຶ່ງໃຊ້ປະມານ 6-12g ດ້ວຍຮູບແບບຢານໍ້າຕົ້ມ ຫຼື ຢາບອງເຫຼົ້າ.

 

ກະເພາະໄກ່

 (Kê nội kim)

Endothelium Corneum Gigeriae Galli

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Gallus domesticus Brisson.

ສະກຸນ: Phasianidae

ພາກສ່ວນໃຊ້ເປັນຢາ: ຊັ້ນສີເຫຼືອງທີ່ປົກຄຸມກະເພາະໄກ່.

ສ່ວນປະກອບເຄມີສາດ: protid, ventriculin.

ຄຸນປະໂຫຍດ: ປົວໂລກກະເພາະອັກເສບ, ອັກເສບລຳໄສ້ຊຳເຮື້ອ. ແກ້ທ້ອງອືດ ໃນກໍລະນີອາຫານບໍ່ຍ່ອຍ, ອືດທ້ອງ, ຮາກ, ເຈັບບິດ,ຖອກທ້ອງ, ເຈັບກະເພາະ, ນອກນັ້ນຍັງເປັນຢາບຳລຸງຊ່ວຍຈະເລີນອາຫານໃຫ້ແກ່ເດັກນ້ອຍ ເຮັດໃຫ້ເດັກນ້ອຍຈະເລີນເຕີບໂຕໄວ.

 ວິທີໃຊ້ ແລະ ປະລິມານໃຊ້: ເອົາມາຂົ້ວແຫ້ມ, ບົດເປັນຝຸ່ນ (ໃຊ້ເຂິງຮ່ອນລະອຽດ) ມື້ໜຶ່ງໃຊ້ປະມານ 6-12g ໃນຮູບແບບຂອງຢາຕົ້ມ ຫຼື ຢາຝຸ່ນ.

! ເອົາໃຈໃສ່: ນອກນັ້ນໄກ່ຍັງມີຫຼາຍພາກສ່ວນທີ່ເປັນຢາເຊັ່ນ:

-      <!--[endif]--> ໄຂ່ແດງໃຊ້ປົວໂຣກຫຼອດເລືອດແຂງຕົວຍ້ອນໄຂມັນ.

-      <!--[endif]--> ໄຂ່ຂາວປົວແຜໄຟໂປກ, ນ້ຳຮ້ອນລວກ.

-      <!--[endif]--> ເລືອດຫອນໄກ່ປົວຝີເກີດໃກ້ປາກ.

-      <!--[endif]--> ນໍ້າລາຍໄກ່ປົວໂຕຂີ້ເຂັບຂົບ.

-      <!--[endif]--> ຕັບໄກ່ປົວເຈັບແອວຍ້ອນໝາກໄຂ່ຫຼັງອ່ອນເພຍ.

-      <!--[endif]--> ບີໄກ່ປົວໄອ.

 

ກະວານ

 (Bạch đậu khấu)

Fructus Amomi cardamomi

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ກະວານຈັນ

ຊື່ວິທະຍາສາດ: Amomum cardamomum L

ສະກຸນ: Zingiberaceae

+ ເປັນຕົ້ນໄມ້ທີ່ເກີດເອງຕາມທໍາມະຊາດ.

ພາກສ່ວນໃຊ້ເປັນຢາ: ໝາກໃກ້ຈະສຸກຕາກແຫ້ງ ຫຼື ອົບແຫ້ງ.

ສ່ວນປະກອບເຄມີສາດ: ນໍ້າມັນຫອມລະເຫີຍຕົ້ນຕໍແມ່ນບັນຈຸທາດ borneol ແລະ camphor.

ຄຸນປະໂຫຍດ: ແກ້ເຈັບທ້ອງໃນຍາມໜາວ, ເປັນຢາລະບາຍ, ແກ້ຈຸກສຽບ, ແກ້ຖອກທ້ອງ, ເປັນຢາຂັບພິດເຫລົ້າ.

ວິທີໃຊ້ ແລະ ປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 4-8g ໃຊ້ໃນຮູບແບບຢານໍ້າຕົ້ມ ຫຼື ແບບຝຸ່ນ.

ການໍ້າ

(Cây trám trắng)

ປ່ຽນເປັນພາສາຫວຽດ

ຊື່ອື່ນ: ສະມໍຈີນ

ຊື່ວິທະຍາສາດ: Canarium album (Lour.) Raeusch = Pimela alba Lour.

ສະກຸນ: Burseraceae

ພາກສ່ວນໃຊ້ເປັນຢາ: ໝາກ (Fructus Canarii), ທາດຢາງ.

ສ່ວນປະກອບເຄມີສາດ: ໝາກປະກອບມີ protein, ທາດໄຂມັນ, cabohydrat,... ທາດຢາງມີນໍ້າມັນຫອມລະເຫີຍປະມານ 18-30%

ໃນນັ້ນຕົ້ນຕໍແມ່ນບັນຈຸທາດ sabinen, terpinen...

ຄຸນປະໂຫຍດ :

- າກໃຊປົວເຈັບຄໍອະມິດານ, ແກ້ໄອມີເສມຫະຫຼາຍ, ປົວທ້ອງບິດ, ແກ້ຖອກທ້ອງ.

- ໝາກສົດຍັງອ່ອນເປັນຢາຂັບພິດເຫຼົ້າ, ຂັບພິດປາເບື່ອ.

- ໝາກສຸກເປັນຢາກ່ອມປະສາດ, ປົວບ້າໝູ.

- ທາດຢາງໃຊ້ສະກັດເອົານໍ້າມັນຫອມລະເຫີຍ, ເຮັດທາດຫອມ ແລະ ສານກຳນົດກິ່ນຂັ້ນສູງ.

 

ກາວບົກ   

(Dừa cạn)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Catharanthus roseus (L.) G. Don = Vinca rosea L.

ສະກຸນ: Apocynaceae

+ຕົ້ນກາວບົກເປັນພືດປະເພດຕົ້ນຫ້ຍາ,ໃນປະເທດເຮົາມີຕົ້ນກາວບົກສອງແນວພັນ: ແນວພັນ ດອກສີມ່ວງ ແລະ ແນວພັນດອກສີຂາວ,ໃນໄລຍະຜ່ານມາທັງສອງແນວພັນລ້ວນແຕ່ເປັນດອກໄມ້ເອ້ບ້ານ.

ພາກສ່ວນໃຊ້ເປັນຢາ: ລຳຕົ້ນ,ໃບ, ຮາກ.

ສ່ວນປະກອບເຄມີສາດ: Alcaloid (1%), ປະກອບດ້ວຍຫຼາຍກ່ວາ 70 ທາດທີ່ແຕກຕ່າງກັນ, ໃນນັ້ນຕົ້ນຕໍແມ່ນທາດ vinblastin, vincaleucoblastin, leucocristin, reserpin, ajmalicin

ຄຸນປະໂຫຍດ, ວິທີໃຊ້:

+ ຕົ້ນກາວບົກເປັນຢາປົວພະຍາດຄວາມດັນເລືອດສູງ, ລະຫງັບປະສາດ, ເຮັດໃຫ້ນອນຫຼັບດີ.

+ ລຳ, ຮາກກາວບົກຍັງໃຊ້ເປັນຢາຂັບປັດສະວະ, ປົວພະຍາດຍ່ຽວຫນ້ອຍຍ່ຽວແດງ, ດັດສະເໝີຮອບປະຈຳເດືອນ, ໃຊ້ເປັນຢາຂັບເຫື່ອ, ຊ່ວຍລະລາຍອາຫານ, ປົວເຈັບທ້ອງບິດກະທັນຫັນ ແລະ ເຮື້ອຮັງ.

+ ເມັດຢາ Vinca ບັນຈຸ total alcaloid ຂອງລຳ,ໃບ ເຮັດເປັນຢາປົວໂຣກຄວາມດັນເລືອດສູງ.

+ ຮາກກາວບົກຍັງເຮັດເປັນວັດຖຸດິບສະກັດ ajmalicin.

+ Vinblastin, vincristin ສະກັດຈາກໃບກາວບົກໃນຮູບແບບເກືອ sulfat ໃຊ້ໃນຮູບແບບຢາສັກເພື່ອປົວພະຍາດມະເຮັງ, ພິເສດແມ່ນມະເຮັງເມັດເລືອດຂາວ.

 

ກ້າງປາຂາວ

 (Bỏng nổ)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Fluggea virosa (Roxb. ex Willd.) Voigt = Securinega virosa (Willd.) Pax.

ສະກຸນ: Euphorbiaceae

+ ກ້າງປາຂາວເກີດເອງຕາມທໍາມະຊາດ.

ພາກສ່ວນໃຊ້ເປັນຢາ: ໃບ, ເປືອກລໍາ (Cortex Flugeae), ຮາກ.

ສ່ວນປະກອບເຄມີສາດ: alcaloid (securinin), tanin.

ຄຸນປະໂຫຍດ: ປົວໄຂ້, ໄຂ້ຍຸງ, ປົວວິນຫົວຕາລາຍ, ປົວຕນມືສັ່ນກະຕຸກ, ປົວນິ້ວໝາກໄຂ່ຫຼັງ, ນິ້ວພົກຍ່ຽວ.

ວິທີໃຊ້ ແລະ ປະລິມານໃຊ້: ຮາກຊອຍໃຫ້ບາງ, ຕາກແຫ້ງແລ້ວເອົາມາຂົ້ວໃຫ້ແຫ້ມ, ມື້ໜຶ່ງໃຊ້ປະມານ 6-12g ໃນຮູບແບບຢາຕົ້ມດື່ມ.

! ເອົາໃຈໃສ່: ຫ້າມຫຼົງກັບຕົ້ນ (Serissa japonica (Th.) Thunb. ສະກຸນ ກາເຟ.

 

ກັນຊາ

 (Cần sa)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Cannabis sativa L.

ສະກຸນ: Cannabinaceae

+ ກັນຊາເປັນຕົ້ນໄມ້ລົ້ມລຸກປີດຽວລໍາຕົ້ນຕັ້ງຕົງ, ຍອດກັນຢາມີພິດຮ້າຍແຮງເປັນຢາເສບຕິດຊະນິດໜຶ່ງ.

ພາກສ່ວນໃຊ້ເປັນຢາ: ແກ່ນ.

ສ່ວນປະກອບເຄມີສາດ: ເມັດບັນຈຸທາດນ້ຳມັນ, ດອກ ແລະ ໃບມີທາດພິດທີ່ໃຫ້ເກີດການຕິດຢາ ນັ້ນແມ່ນທາດ tetrahydrocannabinol ແລະ ທາດອຶ່ນທີ່ຢູ່ໃນກຸ່ມດຽວກັນ.

ຄຸນປະໂຫຍດ: ແກ່ນໃຊ້ເປັນຢາຖ່າຍທ້ອງ, ຂັບປັດສະວະ, ປົວອາການບວມນ້ຳ, ປົວຍ່ຽວຂັດ, ຍ່ຽວປວດ, ຍ່ຽວຍັດ.

ວິທີໃຊ້ ແລະ ປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 12-20g ເມັດບົດໃຫ້ນ້ອຍ, ແລ້ວຕອງປັ້ນເອົານໍ້າ ຕົ້ມເຮັດເປັນເຂົ້າປຽກ ໃສ່ຫອມບົ່ວ, ພິກໄທ, ເກືອ ກິນຕອນຫິວ.

 

ເກດສະໜາ

 (Trầm hương)

Lignum Aquilariae resinatum

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ໄມ້ຫອມ.

ຊື່ວິທະຍາສາດ: Aquilaria agallocha Roxb ຫຼື Aquilaria crassna Pierre ຫຼື Aquilaria sinensis (Lour.) Gilg

ສະກຸນ: Thymeleaceae

+ ເປັນຕົ້ນໄມ້ທີ່ປະຊາຊົນລາວເຮົາປູກເພື່ອໃຊ້ໄມ້ ແລະ ເຮັດຢາ.

ສ່ວນປະກອບເຄມີສາດ: ຢາງຫອມ, ນໍ້າມັນຫອມລະເຫີຍ (Agar-wood oil).

ຄຸນປະໂຫຍດ: ແກ້ຮາກ, ແກ້ເຈັບທ້ອງ, ເຮັດເປັນທາດຫອມໃນງານວັດຕ່າງໆ.

ວິທີໃຊ້ ແລະ ປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 2-4g ດ້ວຍຮູບແບບຢາຕົ້ມດື່ມ, ຝຸ່ນ ໃຊ້ສົມທົບກັບຕົ້ນໄມ້ເປັນຢາຊະນິດອຶ່ນ.

ກູດກີບມ້າ

(Cẩu tích)

Rhizoma Cibotii

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ກູດຜີປ່າ, ກູດພານ.

ຊື່ວິທະຍາສາດ: Cibotium barometz J. Sm. = Dicksonia barometz L.

ສະກຸນ: Dicksoniaceae

+ ເປັນພືດທີ່ເກີດເອງຕາມທຳມະຊາດ, ສ່ວນຫຼາຍເກີດຢູ່ຕາມປ່າ.

ພາກສ່ວນໃຊ້ເປັນຢາ:  ຮາກເຫົ້ງາ ຂູດຂົນລະອຽດແລ້ວຕາກແຫ້ງ ຫຼື ອົບແຫ້ງ.

ສ່ວນປະກອບເຄມີສາດ: ທາດແປ້ງ, tanin, sterol, ບັນດາອາຊິດ ອົງຄະທາດ.

ຄຸນປະໂຫຍດ:

- ປົວອັກເສບຂໍ່ຕໍ່ກະດູກ,ປວດຂໍ່ຕໍ່, ເຈັບຫຼັງເຈັບແອວ, ປະດົງຂໍ່, ຕີນມືອ່ອນເພຍ.

- ເປັນຢາບໍາລຸງໝາກໄຂ່ຫຼັງ, ປົວເຈັບເສັ້ນປະສາດຍ້ອນການບຸບສະຫຼາຍຂອງອອກແອກສັນຫລັງ, ຄົນແກ່ໝາກໄຂ່ຫລັງຊຸດໂຊມທຽວຍ່ຽວ.

ວິທີໃຊ້ ແລະ ປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 10-18g ດ້ວຍຮູບແບບຢາຕົ້ມດື່ມ, ເຫຼົ້າບອງຢາ. ປົກກະຕິຈະໃຊ້ຮ່ວມກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

 

ກູດງໍແງ

 (Bòng bong)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Lygodium sp.

ສະກຸນ: Schizaeaceae

+ ກູດງໍແງເກີດເອງຕາມທໍາມະຊາດ, ເປັນພືດທີ່ອາໄສຢູ່ຕາມຕົ້ນໄມ້ອຶ່ນ.

ພາກສ່ວນໃຊ້ເປັນຢາ: ເຄືອມີໃບ (Herba Lygodii).

ສ່ວນປະກອບເຄມີສາດ: flavonoid, ບັນດາອາຊິດ ອົງຄະທາດ.

ຄຸນປະໂຫຍດ: ເປັນຢາຂັບປັດສາວະ, ຍ່ຽວຍັດ, ຍ່ຽວປວດ, ຍ່ຽວອອກເລືອດ, ຍ່ຽວອອກໜິ້ວ. ຊ່ວຍລະລາຍ ແລະ ຂັບຖ່າຍຫນິ້ວ, ປົວອາການບາດເຈັບ, ເລືອດຄັ້ງ, ບວມໃຄ່.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 6-12g ໃຊ້ໃນຮູບແບບຢາຕົ້ມດື່ມ ປົກກະຕິໃຊ້ສົມທົບກັບຕົ້ນຢາຫົວຂໍ້.

 

ກັບຄືນໜ້າທໍາອິດ

(Trở về đầu trang)


ຂະຍອມພູ

 (Ba gạc)

ປ່ຽນເປັນພາສາຫວຽດ

ຊື້ອຶ່ນ: ຮາກທອກ, ຮົ່ມສາມເມືອງ.

ຊື່ວິທະຍາສາດ: ຂະຍອມມີຫຼາຍແນວພັນ:

- Rauvolfia verticillata (Lour.) Baill. = R. chinensis Hemsl. (ຂະຍອມໃຫ່ຍ).

-  R. vomitoria Afz. (ຂະຍອມ 4 ໃບ).k

- R. cambodiana Pierre (ຂະຍອມກໍາປູເຈຍ).

- Rauvolfia canescens L.  (ຂະຍອມພັນໂຊຫວຽດ).

-  R. serpentina (L.) Benth. ex Kurz. (ຂະຍອມເຕ້ຍ)…. ແຕ່ໃຊ້ຫຼາຍທີ່ສຸດແມ່ນຂະຍອມພູເຕ້ຍ.

ສະກຸນ: ດອກຄໍາ (Apocynaceae)

+ຕົ້ນຂະຍອມພູເຕ້ຍກໍາເນີດໃນປະເທດເຮົາແຕ່ໃດໆມາແລ້ວ, ມີຫຼາຍຢູ່ເຂດ ແຄມຝັ່ງນໍ້າງື່ມແຕ່ເຫນືອເຖິງໃຕ້, ແຂວງວຽງຈັນ (ເມືອງຊະນະຄາມ), ສ່ວນຂະຍອມໃຫ່ຍມີຢູ່ເຂດວັງວຽງ, ກາສີ

ແລະ ຂະຍອມໂຊຫວຽດກໍ່ໄດ້ຍ້າຍມາປູກຢູ່ປະເທດເຮົາແລ້ວ ຕອນນີ້ກໍ່ຂະຫຍາຍຕົວດີ ມີດອກ ແລະ ເກັບກູ້ຫມາກໄດ້ແລ້ວ.

ພາກສ່ວນໃຊ້ເປັນຢາ: ຮາກ ຫຼື ດີທີ່ສຸດແມ່ນເປືອກຮາກ (Cortex et Radix Rauvolfiae).

ສ່ວນປະກອບເຄມີສາດ: ຮາກຂະຍອມພູປະກອບມີກວ່າ 50 ທາດ alcaloid, ໃນນັ້ນຕົ້ນຕໍ ແມ່ນທາດ reserpin, serpentin, ajmalin.

ຄຸນປະໂຫຍດ:

- ສະກັດ alcaloid (reserpin, ajmalin…) ໃຊ້ໃນຮູບຢາເມັດ ປົວຄວາມດັນເລືອດສູງ, ເຮັດໃຫ້ຈັງຫວະຫົວໃຈເຕັ້ນປົກກະຕິ, ລະຫງັບປະສາດ ແລະ ເຮັດໃຫ້ນອນຫຼັບດີ.

-ajmalin  ໃຊປົວໂຣກຫົວໃຈເຕັ້ນຜິດປົກກະຕິ, ນອກນັ້ນ ຍັງເປັນຢາລະຫັງບປະສາດ. ໃຊ້ໃນຮູບຢາເມັດແລະສັກ.

! ບໍ່ຄວານໃຊ້ຢາທີ່ມີຂະຍອມໃນສ່ວນປະກອບຢ່າງຊະຊາຍ ເພື່ອຫຼີ້ກເວັ້ນການເບື່ອເມົາ.

ຂະນຸນດິນ

(Toả dương)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ວ່ານດອກດິນ.

ຊື່ວິທະຍາສາດ: Balanophora sp.

ສະກຸນ: Balanophoraceae

+ ເປັນຕົ້ນໄມ້ທີ່ອາໃສຢູ່ຕາມຕົ້ນໄມ້ໃຫ່ຍຕ່າງໆ.

ສ່ວນປະກອບເຄມີສາດ: ທາດສີ (anthocyanosid), ellagitannin, lignanglycosid.

ຄຸນປະໂຫຍດ: ເປັນຢາບໍາລຸງເລືອດ, ຊ່ວຈະເລີນອາຫານ, ເປັນຢາບໍາລຸງຫຼັງການຄອດບຸດ.

ວິທີໃຊ້ ແລະ ປະລິມານໃຊ້: ຂະນຸນດິນເກັບກູ້ມາແລ້ວ ຂົ້ວແຫ້ມ, ໃຊ້ມື້ໜຶ່ງປະມານ 10-20g ໃຊ້ໃນຮູບແບບຢານໍ້າຕົ້ມ, ເຫຼົ້າບອງຢາ ດຶ່ມກ່ອນກິນເຂົ້າ.

 

ຂ່າບ້ານ

(Riềng)

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Alpinia officinarum Hance.

ສະກຸນ: ຂິງ (Zingiberaceae)

+ ເປັນພືດທີ່ເກີດເອງຕາມທຳມະຊາດ, ເຊິ່ງປະຊາຊົນລາວເຮົາເອົາມາປູກໄວ້ຕາມເຮືອນເພື່ອເຮັດຢາ ແລະ ໃຊ້ເຮັດເຄື່ອງເທດ.

ພາກສ່ວນໃຊ້ເປັນຢາ: ລຳຮາກ (ຫົວ) (Rhizoma Alpiniae officinarum)

ສ່ວນປະກອບເຄມີສາດ: ນ້ຳມັນຫອມລະເຫີຍ (1%), ໃນນັ້ນຕົ້ນຕໍແມ່ນທາດ cineol, flavonoide.

ຄຸນປະໂຫຍດ:

- ກະຕຸ້ນຊ່ວຍລະລາຍອາຫານ ໃຊ້ໃນກໍລະນີເປັນໂຣກກະເພາະ, ກິນເຂົ້າບໍ່ແຊບ, ອາຫານລະລາຍຊ້າ, ວິນຫົວປວດຮາກ, ທ້ອງອືດ.

- ປົວໄຂ້ຍຸງ, ປົວມ້າມບວມໃຄ່.

- ປົວຂີ້ກາກ, ຂີ້ກ້ຽນ.

ວິທີໃຊ້ ແລະ ປະລິມານໃຊ້:

- ມື້ໜຶ່ງໃຊ້ປະມານ 2-10g ດ້ວຍຮູບປະພັນຢາຕົ້ມ, ຢາເມັດ, ໃຊ້ດ່ຽວຫຼືຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິກອຶ່ນກໍ່ໄດ້.

- ຂ່າສົດຕຳມຸ່ນ, ແຊ່ເຫຼົ້າ 90° ແລ້ວໃສ່ບ່ອນເປັນຂີ້ກາກ, ຂີ້ກ້ຽນ ມື້ໜຶ່ງທາຫຼາຍໆເທື່ອ.

ຂ່າໂຄມ

(Ích trí nhân)

Fructus Alpiniae oxyphyllae

 

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Alpinia oxyphylla Miq.

ສະກຸນ: ຂິງ (Zingiberaceae)

+ ເປັນພືດທີ່ເກີດເອງຕາມທຳມະຊາດ, ມັນມັກເກີດຢູ່ຕາມບໍລິເວນປ່າພູ.

ພາກສ່ວນໃຊ້ເປັນຢາ: ໝາກສຸກຕາກແຫ້ງ.

ສ່ວນປະກອບເຄມີສາດ: ນ້ຳມັນຫອມລະເຫີຍ (0,7) ໃນນັ້ນຕົ້ນຕໍແມ່ນທາດ terpen, saponin.

ຄຸນປະໂຫຍດ: ປົວຖອກທ້ອງ, ແກ້ປວດຮາກ, ທ້ອງອືດ, ຄົນແກ່ມັກທຽວຍ່ຽວຕອນດຶກ, ຍ່ຽວຂຸ່ນແລະຍັງເປັນຢາບຳລຸງກຳລັງ.

ວິທີໃຊ້ ແລະ ປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 6-12g ດ້ວຍຮູບປະພັນຢາຕົ້ມ,ປົກກະຕິຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

 

ຂີ້ເຫຼັກໃຫ່ຍ

 (Muồng trâu)

ປ່ຽນເປັນພາສາຫວຽດ

ຊື້ອຶ່ນ: ຂີ້ເຫຼັກສານ.

ຊື່ວິທະຍາສາດ:  Cassia alata L.

ສະກຸນ: ຫມາກຖົ່ວ (Fabaceae)

+ ຕົ້ນຂີ້ເຫຼັກເປັນຕົ້ນໄມ້ທຳມະຊາດ ມີຢູ່ເກືອບທຸກໆທ້ອງຖິ່ນໃນປະເທດເຮົາ.

ພາກສ່ວນໃຊ້ເປັນຢາ: ໃບ (Folium Cassiae alatae), ຮາກ (Radix Cassiae alata), ຫມາກ ແລະ ລຳ.

ສ່ວນປະກອບເຄມີສາດ: Anthranoid.

ຄຸນປະໂຫຍດ: ໃບ, ຮາກໃຊ້ປົວພະຍາດຂີ້ກາກ.

ວິທີໃຊ້, ປະລິມານໃຊ້:

- ໃບ, ງ່າ, ຮາກຕາກແຫ້ງ, ຕົ້ມດຶ່ມ ເປັນຢາປົວທ້ອງຜູກ, ໂລກນ້ຳຄາເນື້ອ, ເຈັບຕັບ, ຜິວຫນັງຊ້ຳແດງ. ປະສົມກັບບັນດາຕົ້ນໄມ້ເປັນຢາອຶ່ນ ເປັນຢາປົວອັກເສບຂໍ້(ປະດົງຂໍ້).

=> ມື້ຫນຶ່ງໃຊ້ປະມານ 6-12g ຢາແຫ້ງ.

- ການທີ່ໃຊ້ໃບຂີ້ເຫຼັກໃຫ່ຍປົວຂີ້ກາກ ແມ່ນດ້ວຍວິທີງ່າຍດາຍ: ເອົາໃບມາລ້າງສະອາດບົດມຸ່ນແລ້ວໂຜະໃສ່ບ່ອນເປັນກາກທີ່ໄດ້ເກົາ ແລະ ລ້າງສະອາດ.

! ເອົາໃຈໃສ່: ໃນກໍລະນີໃຊ້ທາງໃນ: ຫ້າມໃຊ້ໃຫ້ເດັກນ້ອຍ, ແມ່ຍິງຖືພາ, ຜູ້ທີ່ເປັນສະດວງຮູທະວານຫນັກ ແລະ ຄວນດຶ່ມຫຼັງຈາກອາຫານ. ໃຊ້ປະລິມານສູງຂີ້ເຫຼັກຍັງເປັນຢາປົວໄອອອກເລືອດ

ຍ້ອນປອດຊຶມເລືອດ,ເລືອດອອກໃນຊ່ວງທ້ອງ, ພະຍາດທີ່ປວດທີ່ປົວຍາກນານດີ.

ຂີ້ໝິ້ນ

 (Nghệ)

Rhizoma Curcumae longae

 

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Curcuma longa L. = Curcuma domestica Valet.

ສະກຸນ: ຂິງ (Zingiberaceae)

+ ເປັນພືດທີ່ປະຊາຊົນລາວເຮົາປູກຫຼາຍທີ່ສຸດ.

ພາກສ່ວນໃຊ້ເປັນຢາ: ລຳຮາກອົບແຫ້ງ ຫຼື ຕາກແຫ້ງ.

ສ່ວນປະກອບເຄມີສາດ:  ນ້ຳມັນຫອມລະເຫີຍ, curcumin (ທາດສີ).

ຄຸນປະໂຫຍດ:

- ປະກອບສ່ວນເຂົ້າໃນການປຸງອາຫານ, ເຮັດເປັນສີ.

- ດັດສະເໝີຮອບປະຈຳເດືອນ, ເລືອດອັ່ງໃນແຜ, ແກ້ຖອກທ້ອງ, ຂັບລົມ, ແກ້ທ້ອງອືດ.

- ໃຊ້ນອກໜັງປົວບາດແຜທີ່ດົນອອກໜັງອ່ອນ, ປົວແຜນ້ຳຮ້ອນລວກ.

ວິທີໃຊ້ ແລະ ປະລິມານໃຊ້: 

- ມື້ໜຶ່ງໃຊ້ປະມານ 2-10g ດ້ວຍຮູບປະພັນຢາຕົ້ມ, ຢາຝຸ່ນ, ໃຊ້ໂດດດ່ຽວຫຼືຈະສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນກໍ່ໄດ້.

- ຂີ້ໝີ້ນສົດລ້າງສະອາດ, ຕຳລະອຽດແລ້ວປັ້ນເອົານ້ຳທາໃສ່ບ່ອນແຜນ້ຳຮ້ອນລວກ, ແຜຂີ້ຫິດ.

 

ຂີ້ໝິ້ນດໍາ

(Nghệ đen)

Rhizoma Curcumae aeruginosae

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ວ່ານນາງດຳ.

ຊື່ວິທະຍາສາດ: Curcuma aeruginosa Rosc.

ສະກຸນ: ຂິງ (Zingiberaceae)

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ໃບ, ຮາກເຫົ້ງາຕາກແຫ້ງ.

ສ່ວນປະກອບເຄມີສາດ: ນໍ້າມັນຫອມລະເຫີຍ.

ຄຸນປະໂຫຍດ: ປົວອາການເຈັບທ້ອງ, ເຈັບເອິກ, ເປັນຢາຊຸກຍູ້ຊ່ວຍລະລາຍອາຫານ, ປົວບາດແຜບວມຊໍ້າເລືອດ.

ວິທີໃຊ້ ແລະ ປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 3-6g ໃຊ້ໃນຮູບປະພັນຢາຕົ້ມຫຼືຢາຝຸ່ນ.

! ເອົາໃຈໃສ່: ຫ້າມໃຊ້ກັບຄົນທີ່ມີສຸຂະພາບອ່ອນເພຍ, ແມ່ຍິງຖືພາ.

 

ຂີ້ກະເດືອນ

 (Địa long)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Pheretima sp.

ສະກຸນ: Megascolecidae

+ ໂຕຂີ້ກະເດືອນທີ່ອາໃສຢູ່ຕາມດິນ.

ພາກສ່ວນໃຊ້ເປັນຢາ: ທັງຕົນໂຕແຕ່ຖິ້ມໄສ້ທາງໃນແລ້ວຕາກແຫ້ງ.

ສ່ວນປະກອບເຄມີສາດ: ທາດໄຂມັນ, acid amin.

ຄຸນປະໂຫຍດ: ເປັນຢາປົວໄຂ້ຍຸງ, ແກ້ໄອ, ແກ້ຫືດ, ປົວຄວາມດັນເລືອດສູງ, ແກ້ປວດຫົວ.

ວິທີໃຊ້ ແລະ ປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 6-12g ໃນຮູບແບບຢານໍ້າຕົ້ມ ຫຼື 2-4g ໃນຮູບແບບຢາຝຸ່ນ.

 

ຂີ້ເຜິ້ງ

(Sáp ong)

Cera alba, Cera flava

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Apis sp.

ສະກຸນ: ເຜິ້ງ (Apidae)

ສ່ວນປະກອບເຄມີສາດ: Myricyl palmitat, myricyl cerotata, ບັນດາ alcol myricylic, cerylic ແລະ hydrocarbonື່ນ.

ຄຸນປະໂຫຍດ:

- ເປັນສ່ວນປະກອບເຂົ້າໃນການປະສົມຢາ.

- ເປັນຢາຫ້າມເລືອດ, ປົວຝີບວມໜອງ, ແກ້ທ້ອງບິດອອກເລືອດ, ປົວບາດແຜຍ້ອນຖືກຕີຫຼືລົ້ມ, ປົວລິດສິດວງອກເລືອດ.

ວິທີໃຊ້ ແລະ ປະລິມານໃຊ້:

- ມື້ໜຶ່ງໃຊ້ປະມານ 2-6g ໃນຮູບຢາເມັດ.

- ສົມທົບກັບຢາຊະນິດອຶ່ນເຮັດເປັນກາວຕິດ.

 

ຂິງ

(Gừng)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Zingiber officinale Rose

ສະກຸນ: ຂິງ (Zingiberaceae)

+ ຕົ້ນຂິງເປັນພືດທີ່ປະຊາຊົນລາວເຮົາເຄີຍປູກມາແຕ່ດົນນານແລ້ວ.  

- ຂິງສົດ (Rhizoma Zingiberis Recens)

- ຂິງແຫ້ງ (Rhizoma Zingiberis Praeparata)

ສ່ວນປະກອບເຄມີສາດ: ນໍ້າມັນຫອມລະເຫີຍ, ທາດແປ້ງ.

ຄຸນປະໂຫຍດ:

- ຂິງສົດປົວໄຂ້ຫັວດ, ປວດຫົວ, ຕັນດັງ (ເປັນຫັວດ), ໄອມີຂີ້ກະເທິ, ວິນຫົວປວດຮາກ, ທ້ອງ

ອືດ, ໃຊ້ເຂົ້າໃນການເຮັດເຄື່ອງເທດ, ຖອດຮີກນ້ຳມັນລະເຫີຍເພື່ອເຮັດຢາ.

- ຂິງແຫ້ງປົວອາການເຈັບທ້ອງໃນຍາມໜາວ, ຊ່ວຍຍ່ອຍອາຫານ, ປົວຖອກທ້ອງ, ໄອຂີ້ຂະຍື,ປະດົງຂໍ້.

ວິທີໃຊ້ ແລະ ປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 2-10g ດ້ວຍຮູບແບບຢາຕົ້ມ, ຝຸ່ນທີ່ບົດເປັນກ້ອນ, ປົກກະຕິຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

 

ກັບຄືນໜ້າທໍາອິດ

(Trở về đầu trang)


ເຄືອຜັກບ້ວງ 

 (Lạc tiên)

Herba Passiflorae

ປ່ຽນເປັນພາສາຫວຽດ

ຊື້ອຶ່ນ: ຜັກຕຳນິນທອງ, ເຄືອນອດຊາ,ຜັກຫ່ຳຫໍ່.

ຊື່ວິທະຍາສາດ: Passiflora foetida L.

ສະກຸນ: ຜັກບ້ວງ (Passifloraceae)

+ ເຄືອຜັກບ້ວງເປັນຕົ້ນໄມ້ທີ່ເກີດຂຶ້ນເອງຕາມທຳມະຊາດ,ມີຢູ່ຫຼາຍທ້ອງຖິ່ນໃນປະເທດເຮົາເເລະມີຫລາຍຢູ່ໃນປະເທດອື່ນ.

ພາກສ່ວນໃຊ້ເປັນຢາ: ພາກສ່ວນທີ່ຢູ່ເທິງຫນ້າດິນ ເອົາມາຕາກແຫ້ງຫລືອົບເເຫ້ງ.

ສ່ວນປະກອບເຄມີສາດ: Alcaloid, flavonoside, saponoside.

ຄຸນປະໂຫຍດ: ເປັນຢາລະຫັງບປະສາດ, ເຮັດໃຫ້ນອນຫຼັບດີ, ປົວປະສາດຊຸດໂຊມ, ປະຈຳເດືອນມາບໍ່ປົກກະຕິ, ເຈັບທ້ອງນ້ອຍເປັນປະຈຳເດືອນ (ປົກກະຕິຈະໃຊ້ປະສົມກັບບັນດາຕົ້ນໄມ້ເປັນຢາຊະນິດອື່ນ ເຊັ່ນ: ໃບມອນແກ້ວ, ໃບທອງບ້ານ).

ວິທີໃຊ້, ປະລິມານໃຊ້: ມື້ຫນຶ່ງໃຊ້ປະມານ 8-20g ໃນຮູບຢາຕົ້ມ ຫຼື ປຸງແຕ່ງເປັນກາວ.

! ເອົາໃຈໃສ່:

- ຊະນິດ Passiflora edulis Sims ຫມາກໃຊ້ປັ້ນເອົານ້ຳມາດຶ່ມ ເປັນຢາບຳລຸງ.

- ຊະນິດ Passiflora incarnata L. ປະຊາຊົນລາວເຮົາຍັງໃຊ້ເປັນຢາເຊັ່ນ: ຜ່ອນຄວາມດັນເລືອດ, ບັນເທົາການຫົດຮັດຂອງກ້າມມຶນ ກະເພາະລຳໄສ້ ເເລະມົດລູກ, ຕ້ານການລຸລູກ (ລ້ອມລູກ).

ໃຊ້ມື້ຫນຶ່ງປະມານ 1-5g ໃນຮູບເເບບກາວເເຫລວ ຫລື 2-5 ຢອດ ໃນຮູບເເບບເຫລົ້າຢາສົດ.

- ຊະນິດ Nephrolepis cordifolia Presl, ເຊື່ອສາຍ (Davalliaceae) ຢູ່ບາງທ້ອງຖິ່ນຂອງປະເທດຫວຽດນາມ ໃຊ້ເປັນຢາເຊິ່ງພາກັນເອີ່ນຊື່ມັນວ່າ ຫົວເຄືອຜັກບ້ວງ.

ເຄືອເຂົາຮໍ

(Dây đau xương)

Caulis Tinosporae tomentosae

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Tinospora tomentosa Miers. = Tinospora sinensis (Lour.) Merr

ສະກຸນ: ເຄືອເຂົາຮໍ (Menispermaceae)

+ ເຄືອເຂົາຮໍເກີດເອງຕາມທະມະຊາດທີ່ມີຢູ່ທຸກໆທ້ອງຖິ່ນໃນປະເທດເຮົາແລະໃນປະເທດອຶ່ນ.

ພາກສ່ວນໃຊ້ເປັນຢາ: ລຳເຄືອເອົາມາຕັດເປັນທ່ອນແລ້ວຕາກແຫ້ງ.

ສ່ວນປະກອບເຄມີສາດ: alcaloid, ທາດຂົມ, ທາດນ້ຳຕານ.

ຄຸນປະໂຫຍດ,ວິທີໃຊ້ ແລະ ປະລິມານໃຊ້:

- ປົວໄຂ້ຍຸງ, ປົວໄຂ້ຮ້ອນ : ມື້ໜຶ່ງກິນ 0,50-1,50 ໃນຮູບກາວຫຼອມເປັນເມັດມົນ.

- ເປັນຢາເຮັດໃຫ້ກິນເຂົ້າແຊບ : ມື້ໜຶ່ງໃຊ້ປະມານ 2-3g ຝຸ່ນຫຼື ເຫຼົ້າຢາມື້ໜຶ່ງ 4-8g.

- ເຮັດເປັນຢາບຳລຸງອາຍຸວັດທະນະ ເຊິ່ງປະກອບມີ: ເຄືອເຂົາຮໍ, ຮຳອ່ອນໆ, ເກືອກິນແລະນ້ຳເຜິ້ງ ແລ້ວບົດມຸ່ນປະສົມກັນເຮັດເປັນລູກກອນ.

- ນ້ຳຕົ້ມເຄືອເຂົາຮໍເປັນຢາລ້າງແຜເປື່ອຍມີໝອງດີທີ່ສຸດ.

- ນອກນັ້ນເຄືອເຂົາຮໍຍັງໄດ້ຖືກນຳໃຊ້ເຂົ້າໃນຂະແໜງສັດຕະວະແພດ ເພື່ອປົວພະຍາດງົວຄວາຍຈ່ອຍຜອມ.

ເຄືອຕົດຫມາ

 (Mơ lông)

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Paederia tomentosa L.

ສະກຸນ: ກາເຟ (Rubiaceae)

+ ເປັນພືດທີ່ເກີດເອງຕາມທຳມະຊາດ, ມີຢູ່ທຸກໆທ້ອງຖິ່ນໃນປະເທດເຮົາແລະປະເທດອຶ່ນ.+ ເປັນພືດທີ່ເກີດເອງຕາມທຳມະຊາດ, ມີຢູ່ທຸກໆທ້ອງຖິ່ນໃນປະເທດເຮົາແລະປະເທດອຶ່ນ.

ສ່ວນປະກອບເຄມີສາດ:  ນ້ຳມັນລະເຫີຍ, alcaloid, ບັນດາທາດໄຂມັນ.

ຄຸນປະໂຫຍດ: ປົວພະຍາດກາຝາກ, ປົວເຈັບລຳໄສ້ໃຫ່ຍ, ປົວໄອ, ແກ້ຍຶ່ງທ້ອງ.

ວິທີໃຊ້ ແລະ ປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 50g ໃບ, ລ້າງ, ຊອຍນ້ອຍໆປະສົມກັບໄຂ່ໄກ່, ແລ້ວເອົາໃບຕອງຫໍ່ແລ້ວເອົາໄປປິ້ງ. ມື້ໜຶ່ງກິນປະມານ 2-3 ເທື່ອ, ໃນຊ່ວງເວລາ 5-8ມື້.

ເຄືອໄສ້ໄກ

(Chè vằng)

Folium Jasmini subtriplinervis

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Jasminum subtriplinerve Blume., Jasminum anastomosans Wall.,

ສະກຸນ: Oleaceae

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ເຄືອ.

ສ່ວນປະກອບເຄມີສາດ: alcaloid, flavonoside, coumarin…

ຄຸນປະໂຫຍດ,ວິທີໃຊ້ແລະປະລິມານໃຊ້:

- ເປັນຢາລະບາຍຕັບ, ປົວຂີ້ຫິດ.

- ໃບທີ່ຕາກແຫ້ງຊົງຊາດຶ່ມໃຫ້ແມ່ຍິງທີ່ຫາກໍ່ເກີດລູກ ຫຼືຈະຕົ້ມໃຫ້ເດັກນ້ອຍທີ່ເປັນຂີ້ຫິດຂີ້ເຮື້ອນອາບ.

- ເປັນຢາປົວງູຂົບ.

- ໃບຕຳມຸ່ນຫຼືຈະຕຳກັບເຫຼົ້າ 90° ໂຜະໃສ່ຝີ.

ເຄືອສະມັ່ງ

(Sử quân tử)

Semen Quisqualis

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Quisqualis indica L.

ສະກຸນ: Combretaceae

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ເມັດຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ: ທາດຕຸ້ຍ, acid quisqualic.

ຄຸນປະໂຫຍດ:

- ເປັນຢາຊ່ວຍລະລາຍອາຫານໃຫ້ເດັກນ້ອຍ, ບຳລຸງເດັກນ້ອຍຈ່ອຍຜອມ, ເດັກນ້ອຍເປັນຕຸ່ມຕາມ

ຜິວໜັງ, ເດັກນ້ອຍທ້ອງໂປງ(ທ້ອງສວດ).

- ເປັນຢາຂ້າແມ່ທ້ອງ.

- ບັນເທົາອາການເຈັບປວດແຂ້ວ.

ວິທີໃຊ້ແລະປະລິມານໃຊ້:

- ຂ້າແມ່ທ້ອງ : ຂົ້ວແຫ້ມ, ຜູ້ໃຫ່ຍໃຊ້ປະມານ 10-20 ເມັດ, ສຳລັບເດັກນ້ອຍແມ່ນໄລ່ຕາມອາຍຸ, ແຕ່ຫ້າມເກີນ 20 ເມັດຕໍ່ມື້ໜຶ່ງ, ມື້ໜຶ່ງກິນເທື່ອດຽວແຕ່ກິນລຽນກັນ 3 ມື້.

- ປົວແຂ້ວແມງ, ບັນເທົາອາການເຈັບປວດແຂ້ວ : ໃຊ້ໃນຮູບແບບຢາຕົ້ມບ່ວນປາກແຕ່ລະມື້.

 

ເຄືອໄທສົງ

(Hà thủ ô trắng)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ຫຍັ່ງສະມຸດນ້ອຍ.

ຊື່ວິທະຍາສາດ: Streptocaulon juventas (Lour.) Merr.

ສະກຸນ: Asclepiadaceae

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ຮາກ.

ສ່ວນປະກອບເຄມີສາດ: ທາດເຊີດຊູຫົວໃຈ, alcaloid, flavonoside, ທາດແປ້ງມະນີ.

ຄຸນປະໂຫຍດ:

- ບໍາລຸງເລືອດ, ບຳລຸງຕັບ, ບໍາລຸງໝາກໄຂ່ຫຼັງ.

- ໃຊ້ດິບເປັນຢາປົວໄຂ້ຮ້ອນ, ຂັບພິດ.

- ໃບຕົ້ມດຶ່ມເປັນຢາປົວຍ່ຽວຍາກ, ຍ່ຽວຍັດ, ຕົ້ມອາບເປັນຢາປົວຜິວໜັງເປັນຜືນຄັນ.

ວິທີໃຊ້ ແລະ ປະລິມານໃຊ້:  ມື້ໜຶ່ງໃຊ້ປະມານ 12-20g ໃນຮູບແບບຢານໍ້າຕົ້ມ, ກາວ, ເຫຼົ້າບອງຢາ.

! ເອົາໃຈໃສ່: ຫ້າມຫຼົງກັບຕົ້ນ Cryptolepis buchanani Roem. et Schutt, ສະກຸນ Asclepiadaceae, ຕົ້ນ Amalocalyx microlobus Pierre ex Spire, ສະກຸນ : (Apocynaceae).

ໂຄກລູກປືນ

(Bạch tật lê)

Fructus Tribuli terrestris

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ໜາມກະສູນ, ໜາມດິນ.

ຊື່ວິທະຍາສາດ: Tribulus terrestris L.

ສະກຸນ: Zygophyllaceae

+ ເປັນຕົ້ນໄມ້ທີ່ເກີດເອງຕາມທໍາມະຊາດ ມັກເກີດຢູ່ຕາມສວນ, ທົ່ງຫຍ້າ ແລະແຄມທາງ.

ພາກສ່ວນໃຊ້ເປັນຢາ: ໝາກສຸກອົບແຫ້ງຫຼືຕາກແຫ້ງ.

ສ່ວນປະກອບເຄມີສາດ: saponin steroid, ທາດໄຂມັນ, flavonoside.

ຄຸນປະໂຫຍດ: ປົວອາການເຈັບຕາ, ນໍ້າຕາມັກອອກ, ບຳລຸງໝາກໄຂ້ຫຼັງ, ປົວນິ້ວ, ເປັນຢາຂັບປັດສາວະ, ປົວເຈັບຫຼັງເຈັບແອວ, ບຳລຸງກໍາລັງ, ດັດສະເໝີຮອບປະຈໍາເດືອນ, ບັນເທົາອາການເຈັບທ້ອງປະຈໍາເດືອນ, ເປັນຢາຮັກສາອາການອັກເສບໃນຊ່ອງປາກ, ແກ້ວິນວຽນ,ຮັກສາໂລກໜອງໃນ, ແກ້ໃຕພິການ.

ໂຄກກະອອມ

(Tam phỏng)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ເຄືອລູບລີບ, ໂພອອມ.

ຊື່ວິທະຍາສາດ:  Cardiospermum halicacabum  L.

ສະກຸນ: (Sapindaceae).

+ ເປັນພືດທີ່ເກີດເອງຕາມທໍາມະຊາດ.

ພາກສ່ວນໃຊ້ເປັນຢາ: ພາກສ່ວນຢູ່ເທິງໜ້າດິນ, ຮາກ (Herba Cardiospermum).

ສ່ວນປະກອບເຄມີສາດ: flavonoside, sponin steroid.

ຄຸນປະໂຫຍດ: ແກ້ໄຂ້, ຂັບເຫື່ອ, ຂັບປັດສາວະ, ປົວອັກເສບໄຂ່ຫຼັງ, ຮັກສາໂລກໄຂຂໍ້ອັກເສບ, ໂລກນໍ້າຄາເນື້ອ, ປົວປວດເມື່ອຍຕາມຕົນໂຕ, ຮັກສາແຜຕາມຜິວໜັງອ່ອນ, ປົວໂລກເບົາຫວານ, ປົວໄອ, ຂັບພິດ, ເປັນຢາລະບາຍ ແລະຮັກສາຕາເປັນຕໍ່.

ວິທີໃຊ້ແລະປະລິມານໃຊ້:

-ມື້ໜຶ່ງໃຊ້ປະມານ 6-12g ແຫ້ງ, ໃຊ້ຮູບແບບຢານໍ້າຕົ້ມ ປົກກະຕິຈະໃຊ້ສົມທົບກັບຕົ້ນໄມ້ເປັນຢາຊະນິດອຶ່ນ.

- ຮາກ ເປັນຢາຂັບປັດສາວະ, ຂັບເຫື່ອ ໃຊ້ໃນຮູບແແບຢານໍ້າຕົ້ມ.

 

ກັບຄືນໜ້າທໍາອິດ

(Trở về đầu trang)


 

ງີ້ວປ່າ

(Cây gạo)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Bombax malabaricum DC. = Gossampinus malabarica (DC.) Merr. = Bombax heptaphylla Cav

ສະກຸນ: Bombacaceae

+ ປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ເປືອກ (Cortex Bombax), ດອກ (Flos Bombax).

ສ່ວນປະກອບເຄມີສາດ: ທາດເມືອກ.

ຄຸນປະໂຫຍດ:

- ປົວກະດູກຫັກ, ເປັນຢາຫ້າມເລືອດ, ແກ້ນິ້ວໃນພົກຍ່ຽວ, ປົວທ້ອງຖອກ.

- ລາວເຮົາຍັງໃຊ້ເປັນຢາບໍາລຸງອາຍຸວັດທະນະ.

ວິທີໃຊ້ແລະປະລິມານໃຊ້:

- ເປືອກສົດຕໍາມຸ່ນແລ້ວມັດໂອບໃສ່ບ່ອນກະດູກຫັກ.

- ຫ້າມເລືອດ, ແກ້ນິ້ວໃນພົກຍ່ຽວ : ໃຊ້ເເປືອກແຫ້ງ, ໃຊ້ມື້ໜຶ່ງປະມານ 15-20g ດ້ວຍຮູບປະ

ພັນຢາຕົ້ມ.

- ທ້ອງຖອກ : ໃຊ້ດອກ, ມື້ໜຶ່ງໃຊ້ປະມານ 20-30g ດ້ວຍຮູບປະພັນຢາຕົ້ມ.

ງູ

(Rắn)

ປ່ຽນເປັນພາສາຫວຽດ

=> ມີງູຫຼາຍຊະນິດສາມາດໃຊ້ເປັນຢາ, ສ່ວນຫຼາຍຈະເປັນງູທີ່ເອົາມາຈາກທຳມະຊາດ ປັດຈຸບັນນີ້ໄດ້ນໍາເອົາງູເຫຼົ່ານັ້ນມາລ້ຽງເພື່ອໃຊ້ເຮັດເປັນຢາ, ຊະນິດງູທີ່ໃຊ້ເຮັດຢາເຊັ່ນ:

- ງູເຫົ່າ (Naja naja L.), ສະກຸນ (Elapidae).

- ງູປ້ອງອ້ອຍ (ລາຍກ້ຽວ) (Bungarus fasciatus Schneider ), ສະກຸນ (Elapidae).

- ງູປ້ອງອ້ອຍ ​(ຫຼັງລາຍ) (Bungarus candidus L.), ສະກຸນ (Elapidae).

- ງູປາ (Zamenis mucosus L.), ສະກຸນ (Colubridae).

=> ພາກສ່ວນໃຊ້ເປັນຢາ,ຄຸນປະໂຫຍດ,ວິທີໃຊ້ແລະປະລິມານໃຊ້:

- ຊີ້ນງູ (ຖິ້ມອະໄວຍະວະພາຍໃນ): ປະກອບດ້ວຍທາດ protein, acid amin. ໃຊ້ໃນຮູບແບບເຫຼົ້າບອງຢາງ ໃນນັ້ນລວມມີງູເຫງົ່າ +

ງູປ້ອງອ້ອຍ (ລາຍກ້ຽວ)+ ງູປາ ຫຼືວ່າ ງູເຫງົ່າ+ ງູປ້ອງອ້ອຍ (ລາຍກ້ຽວ)+ ງູປາ2 ໂຕ+ ງູປ້ອງອ້ອຍ ​(ຫຼັງລາຍ). ເປັນຢາບັນເທົາປວດຂໍ້ຕໍ່,

ປົວອໍາມະພາດ, ຂັບພິດ.

- ພິດງູ: ເປັນພິດຮ້າຍແຮງ, ໃຊ້ໃນຮູບແບບຢາສັກ, ຢາຂີ້ເຜິ້ງ. ເປັນຢາປົວຂໍ້ອັກເສບ, ບັນເທົາອາການເຈັບປວດຍ້ອນເປັນມະເຮັງ

ແລະເປັນຢາກໍາຈັດການຂະຫຍາຍຕົວຂອງກ້ອນເບົ້າ.

- ບີງູ: ປະກອບດ້ວຍອາຊິດຂົມ. ເປັນຢາປົວປະດົງຂໍ້, ບັນເທົາເຈັບແອວ, ປົວເດັກນ້ອຍເປັນໄຂ້ຍ້ອນພະຍາດບ້າໝູ, ແກ້ໄອ, ແກ້ຫອບຫືດ,

ເປັນຢາລ້າງເພື່ອຂ້າເຊື້ອໃນບາດແຜ. ໃນຮູບແບບເຫຼົ້າຢາ, ຊີໂລ.

- ຊາກງູ: ປົວບ້າໝູ, ບັນເທົາອາການເຈັບຄໍ, ປົວຂີ້ຫິດຂີ້ເຮື້ຶອນ. ມື້ໜຶ່ງໃຊ້ປະມານ 6-12g ດ້ວຍຮູບປະພັນຢານໍ້າຕົ້ມຫຼືຂົ້ວແຫ້ມແລ້ວບົດເປັນຝຸ່ນ, ບອງເຫຼົ້າທາແຜນອກ.

ກັບຄືນໜ້າທໍາອິດ

(Trở về đầu trang)


ເຈັດໝູນດອກຂາວ

(Bạch hoa xà)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Plumbago zeylanica L. (ດອກຂາວ), Plumbago rosea L. (ດອກແດງ).

ສະກຸນ: Plumbagoginaceae

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ຮາກ, ໃບ (Folium plumbaginis).

ສ່ວນປະກອບເຄມີສາດ: ທາດ plumbagin (metyl-2-hydroxy-5-naphtoquinon-1-4).

ຄຸນປະໂຫຍດ: ເປັນຢາປົວໂລກຕາມຜິວໜັງ, ປົວຝີ, ປົວແຜຂີ້ຫິດ, ຂີ້ເຮື້ອນ.

ວິທີໃຊ້ແລະປະລິມານໃຊ້: ຮາກໃບຕຳມຸ່ນໂຜະໃສ່ແຜ ຫຼືໃຊ້ນໍ້າຕົ້ມຮາກເພື່ອລ້າງແຜ.

ຈວງຫອມ

(Xá xị)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ກາລະບູນ, ຈະໄຄຫອມ, ພູຕົ້ນຂາວ.

ຊື່ວິທະຍາສາດ: Cinnamomum parthenoxylon Meissn.

ສະກຸນ: ກາລະບູນ (Lauraceae).

+ ຈວງຫອມເກີດເອງຕາມທຳມະຊາດ, ມັນມັກເກີດຢູ່ຕາມປ່າ.

ພາກສ່ວນໃຊ້ເປັນຢາ: ລຳຕົ້ນ, ຮາກ, ໃບ.

ສ່ວນປະກອບເຄມີສາດ: ນໍ້າມັນຫອມລະເຫີຍ ໃນນັ້ນບັນຈຸທາດ safrol 75-80%.

ຄຸນປະໂຫຍດ: ນໍ້າມັນຫອມລະເຫີຍໃຊ້ນວດບັນເທົາອາການເຈັບປວດຂໍ້ຕໍ່ອັກເສບ, ບັນເທົາອາການເຈັບທ້ອງ, ປົວອັກເສບກະເພາະ, ອັກເສບລໍາໄສ້, ເປັນຢາຊຸກຍູ້ຊ່ວຍລະລາຍອາຫານ, ນອກນັ້ນຍັງເປັນວັດຖຸດິບໃຊ້ປະກອບສ່ວນເຂົ້າໃນການເຮັດທາດຫອມ, ເຮັດນໍ້າດຶ່ມ.

ວິທີໃຊ້ແລະປະລິມານໃຊ້:

- ປົວເຈັບກະເພາະ ມື້ໜຶ່ງໃຊ້ປະມານ 10-15g ໃບ ຕົ້ມດຶ່ມ.

- ແກ້ຄັນຄາຍຕາມຜິວໜັງ ຕົ້ມຂຽ້ວແລ້ວເອົານໍ້າມາລ້າງຫຼືຈະຕໍາແລ້ວໂຜະໃສ່ຕຸ່ມກໍ່ໄດ້.

- ຮາກ, ລໍາໄມ້ຂອງຕົ້ນຈວງຫອມ ເປັນວັດຖຸດິບເພື່ອສະກັດເອົານໍ້່າມັນຫອມລະເຫີຍ.

 

ກັບຄືນໜ້າທໍາອິດ

(Trở về đầu trang)


ສະເພົາລົມແດງ 

 (Hương nhu tía)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Ocimum sanctum L.

ສະກຸນ: ຜັກອິຕູ່ (Labtatae) ເເຕ່ສະກຸນຫວຽດນາມມີຊື່ວ່າ (Lamiaceae).

+ ໃນຕົວຈິງສະເພົາລົມເກີດຂຶ້ນເອງຕາມທຳມະຊາດ ແຕ່ໃນຫຼາຍທ້ອງຖິ່ນຂອງປະເທດເຮົາປະຊາຊົນເຮົາເຄີຍປູກເອົາໄວ້ເຮັດຢາ ແລະເຄື່ອງເທດເສີມອາຫານ.

ພາກສ່ວນໃຊ້ເປັນຢາ: ພາກສ່ວນຢູ່ເທິງຫນ້າດິນ ໃຊ້ສົດ,ຕາກເເຫ້ງຫລືອົບເເຫ້ງ.

ສ່ວນປະກອບເຄມີສາດ: ນ້ຳມັນລະເຫີຍ (ຕໍ່າສຸດ 0,5%) ໃນນັ້ນສ່ວນປະກອບຕົ້ນຕໍຂອງນ້ຳມັນລະເຫີຍແມ່ນທາດ eugenol.

ຄຸນປະໂຫຍດ:

+ ປົວໄຂ້, ໄຂ້ຫັວດໃຫ່ຍ, ເຈັບຫົວ, ໗ອກທ້ອງ, ເລືອດອອກດັງ, ປວດຮາກ, ປວດຕາມ

ຂໍ້ຕີນຂໍ້ມື, ຕີນບວມ, ໄຄ່ບວມຫນັກ.

+ eugenol ທີ່ສະກັດຈາກນ້ຳມັນລະເຫີຍຂອງສະເພົາລົມໄດ້ນຳໃຊ້ເປັນທາງການຢ່າງກ້ວງ

ຂວາງໃນຂະແຫນງທັນຕະແພດ ແລະ ມັນກໍ່ເປັນວັດຖຸດິບໃຊ້ສຳລັບສັງເຄາະ vanilin.

ວິທີໃຊ້, ປະລິມານໃຊ້:

+ ໃຊ້ປະມານ 50-100g (ດິບ) ໃນຮູບແບບຢາຮົມ.

+ ໃຊ້ປະມານ 6-12g (ດິບ) ໃນຮູບແບບຢາຕົ້ມ.

+ ນອກນັ້ນລາວເຮົາຍັງເອົາສະເພົາລົມເຮັດເປັນຢາປົວພະຍາດເດັກທີ່ຜົມນານປົ່ງ: ສະເພົາລົມ 40g,ນ້ຳ 200ml ຕົ້ມຂ້ຽວລົງໃຫ້ຍັງ 100ml ເເລ້ວປະສົມກັບນ້ຳມັນຫມູ, ໃຊ້ທາຫລືສີດໃສ່

ຫົວເດັກ.

! ເອົາໃຈໃສ່: ຫ້າມໃຊ້ໃຫ້ຜູ້ເປັນພະຍາດລົງຂາວຍ້ອນທຸກໆສາເຫດ.

ສະເພົາລົມຂາວ

(Hương nhu trắng)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: .Ocimum gratissimum L.

ສະກຸນ: ຜັກອິຕູ່ (Labtatae) ເເຕ່ສະກຸນຫວຽດນາມມີຊື່ວ່າ (Lamiaceae).

+ ໃນຕົວຈິງສະເພົາລົມເກີດຂຶ້ນເອງຕາມທຳມະຊາດ ແຕ່ໃນຫຼາຍທ້ອງຖິ່ນຂອງປະເທດເຮົາປະ

ຊາຊົນເຮົາເຄີຍປູກເອົາໄວ້ເຮັດຢາ ແລະເຄື່ອງເທດເສີມອາຫານ.

ພາກສ່ວນໃຊ້ເປັນຢາ: ພາກສ່ວນຢູ່ເທິງຫນ້າດິນ.

ສ່ວນປະກອບເຄມີສາດ: ນ້ຳມັນລະເຫີຍ (ຕໍ່າສຸດ 1%) ໃນນັ້ນສ່ວນປະກອບຕົ້ນຕໍຂອງນ້ຳມັນລະເຫີຍແມ່ນທາດ eugenol.

ຄຸນປະໂຫຍດ: ຄຸນປະໂຫຍດຂອງສະເພົາລົມຂາວຄ້າຍຄືກັບສະເພົາລົມແດງ ແຕ່ໃນສະເພົາລົມຂາວຈະມີປະລິມານນ້ຳມັນລະເຫີຍສູງກວ່າ ແລະ ມັນຍັງເຫມາະກັບອຸນຫະພູມຫຼາຍທ້ອງຖິ່ນນຳອີກ, ຕົ້ນສະເພົາລົມຂາວຕົ້ນຕໍແມ່ນປູກເພື່ອສະກັດກັ່ນເອົານ້ຳນມັນລະເຫີຍ.ນ້ຳມັນລະເຫີຍ (eugenol) ທີ່ສະກັດຈາກຕົ້ນສະເພົາລົມຂາວໄດ້ນຳໃຊ້ຢ່າງກ້ວາງຂວາງໃນະແງການຢາ(ຢາເມັດ) ແລະ ໃນຈຳນວນຫນຶ່ງຂອງບາງຂະແຫນງອຸດສະຫະກຳ.

ວິທີໃຊ້,ປະລິມານໃຊ້: ມື້ຫນຶ່ງໃຊ້ປະມານ 6-12g ໃນຮູບເເບບຊົງຊາ,ຕົ້ມ,ຮົມ ຫລືສີດໃສ່ຫົວ.

! ເອົາໃຈໃສ່: ຫ້າມໃຊ້ໃຫ້ຜູ້ເປັນພະຍາດລົງຂາວຍ້ອນທຸກໆສາເຫດ.

ສະເອັມເຄືອ

 (Cam thảo dây)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:   Abrus precatorius L.

ສະກຸນ: ຫມາກຖົ່ວ (Fabaceae)

+  ສະເອັມເຄືອເປັນພືດທີ່ເກິດເອງຕາມທຳມະຊາດ.

 ພາກສ່ວນຊ້ເປັນຢາ: ພາກສ່ວນທີ່ຢູ່ເທິງຫນ້າດິນ (Herba Abri Precatorii).

 ສ່ວນປະກອບເຄມີສາດ: ລຳ,ຮາກເເລະໃບສະເອັມເຄືອມີ L-abrin ເຊິ່ງເເມ່ນທາດຫວານຄ້າຍຄືກັບ glycirrhizin, flavonoside.

 ຄຸນປະໂຫຍດ: ຮາກສະເອັມເຄືອ, ເຄືອເເລະໃບໄດ້ຖືກໃຊ້ຕາງສະເອັມ (Glycirrhiza ulalensis Fish)

ໂດຍສະເພາະປະເທດເຮົາຍັງບໍ່ທັນມີການປູກສະເອັມເເທ້ເຮົາຄວນໃຊ້ສະເອັມເຄືອຕາງໃນທຸກໆຕຳລາທີ່ມີສະເອັມ, ເເຕ່ມັນກໍ່ບໍ່ສາມາດຕາງສະເອັມໄດ້ໃນທຸກໆກໍລະນີ.

- ເຮົາອາດຈະໃຊ້ເປັນຢາປົວໄອ, ລົດໄຂ້, ໃຊ້ເເທນນ້ຳຕານໃຫ້ຜູ້ຕ້ອງການກິນຫວານເເຕ່ກິນນ້ຳຕານບໍ່ໄດ້, ເຮັດທາດປະສົມສຳຮອງຂອງຕຳລາປຸງເເຕ່ງຢາຕ່າງໆ ທີ່ຕ້ອງການລົດຄວາມຂົມຂອງທາດຢາອຶ່ນ, ໃຊ້ເປັນຢາເເກ້ເບື່ອ, ເປັນຢາປົວຜິວຫນັງ.

ວິທີໃຊ້, ປະລິມານໃຊ້: ມື້ຫນຶ່ງໃຊ້ປະມານ 8-16g ດ້ວຍຮູບປະພັນຢາຕົ້ມ, ປົກກະຕິຈະໃຊ້ປະສົມກັບບັນດາຕົ້ນໄມ້ເປັນຢາຊະນິດອື່ນ.

! ເອົາໃຈໃສ່: ໃນປະເທດເຮົາຍັງມີຕົ້ນສະເອັມດິນ (Scoparia dulcis L.), ສະກຸນ: ຜັກຂະເເຍງ (Scrophulariaceae) ກໍ່ອາດຈະໃຊ້ຕາງສະເອັມ ໃນຕຳລາປົວໄອ, ປົວໄຂ້ຮ້ອນ

ສະເອັມດິນ

(Cam thảo đất)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Scoparia dulcis L.

ສະກຸນ: Scrophulariaceae

+ ສະເອັມດິນເກີດເອງຕາມທຳມະຊາດແລະປູກໄວ້ເພື່ອເຮັດຢາ.

ພາກສ່ວນໃຊ້ເປັນຢາ: ທັງໝົດຕົ້ນ (Herba Scopariae dulcis).

ສ່ວນປະກອບເຄມີສາດ: ບັນດາທາດ diterpen, flavonoside, ອາຊິດ ອົງຄະທາດ, alcaloid, tanin.

ຄຸນປະໂຫຍດ:

- ບາງບ່ອນກໍ່ໃຊ້ຕາງສະເອັມ (Glycyrrhiza uralensis Fish.), ເປັນຢາປົວຝີ, ປົວໄຂ້ຫວັດ, ແກ້ຕຸ່ມຄັນຄາຍ, ປົວໄອ​​ (ໃຊ້ດິບ), ແກ້ໄອມີຂີ້ກະເທິ (ຂົ້ວແຫ້ມ).

- ສະກັດເອົາທາດ amellin ເປັນຢາແກ້ໂລກເບົາຫວານ, ບໍາລຸງເລືອດ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 8-12g ແຫ້ງຫຼື 20-40g ດິບ ໃຊ້ໃນຮູບປະພັນຢານໍ້າຕົ້ມ.

ສາຍນຳ້ເຜິ້ງ

(Kim ngân)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Lonicera japonica Thunb.

ສະກຸນ: Caprifoliaceae.

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ທັງຕົ້ນ, ດອກ.

ສ່ວນປະກອບເຄມີສາດ: flavonoside (inosid, lonicerin), saponin.

ຄຸນປະໂຫຍດ: ເປັນຢາຂັບທາດພິດ, ປົວຝີ, ຫຼຸດຜ່ອນອາການໄຂ້ຮ້ອນ, ແກ້ຕຸ່ມຄັນຄາຍ, ປົວຕັບອັກເສບຊໍາເຮື້ອ, ອັກເສບຕັບຍ້ອນພະຍາດ, ປົວອັກເສບໝາກໄຂ້ຫຼັງ, ປົວໄຂ້ອອກເລືອດ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 12-16g ໃຊ້ໃນຮູບແບບຢາຕົ້ມ, ແບບຊົງຊາ, ກາວ, ຢາເມັດ. ໃຊ້ດ່ຽວຫຼືຈະສົມທົບກັບຕົ້ນໄມ້ເປັນຢາຊະນິດອຶ່ນ.

 

ສາລະນັດ

 (Bạc hà)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Mentha avensis L.

ສະກຸນ: Lamiaceae

+ ເປັນພືດທີ່ປູກໃນຫຼາຍທ້ອງຖິ່ນໃນປະເທດລາວ

ພາກສ່ວນໃຊ້ເປັນຢາ: ທັງໝົດຕົ້ນ (Herba Menthae arvensii)

ສ່ວນປະກອບເຄມີສາດ: ນຳ້ມັນຫອມລເຫີຍ, ໃນນັ້ນຕົ້ນຕໍແມ່ນ menthol.

ຄຸນປະໂຫຍດ: ປົວຫວັດ, ເຈັບຫົວ, ຕັນດັງ, ຄໍອັກເສບ; ກະຕຸ້ນລະບົບລະລາຍອາຫານ, ປົວເຈັບທ້ອງ, ທ້ອງອືດ.

ວິທີໃຊ້ ແລະ ປະລິມານໃຊ້: ໃບສົດໃຊ້ຮົມອາຍປົວຫວັດ, ຫຼື ຕາກແຫ້ງໃຊ້ເປັນສ່ວນປະສົມກັບຕົ້ນໄມ້ເປັນຢາຊະນິດອື່ນ, 12-20 g ຕໍ່ມື້.

 

ສົ້ມເຊົ້າ  

(Thuốc bỏng)

ປ່ຽນເປັນພາສາຫວຽດ

 ຊື່ວິທະຍາສາດ: Kalanchoe pinata (Lam.) Pers.

+ສະກຸນ: ສົ້ມເຊົ້າ (Crassulaceae)

+ສົ້ມເຊົ້າເປັນພືດປະເພດຕົ້ນຫ້ຍາ, ມີຢູ່ຫລາຍທ້ອງຖິ່ນໃນປະເທດເຮົາ ສ່ວນຫລາຍເພິ່ນປູກໄວ້ເອ້ຫນ້າບ້ານໃນຕົວເມືອງຕ່າງໆ,ສົ້ມເຊົ້າເປັນພືດປູກງ່າຍທີ່ສຸດ. ນອກນັ້ນຍັງມີຢູ່ໃນຫລາຍປະເທດອື່ນ: ຫວຽດນາມ, ຈີນ, ອິນເດຍ

 ພາກສ່ວນໃຊ້ເປັນຢາ: ໃບດິບ.

ສ່ວນປະກອບເຄມີສາດ: ປະກອບດ້ວຍຫລາຍຊະນິດອາຊິດອົງຄະທາດ, flavonoid, ນອກນັ້ນໃບສົ້ມເຊົ້າຍັງມີບັນດາທາດປະສົມ phenolic ອື້ນອີກ.

ຄຸນປະໂຫຍດ, ວິທີໃຊ້ :

+ໃບສົ້ມເຊົ້າເປັນຢາປົວແຜໄຟໂປກ, ນ້ຳຮ້ອນລວກ, ແກ້ຕຸ່ມຄັນ, ແກ້ຖອກທ້ອງ.

+ຕຳໃບດິບເອົານ້ຳມາໂຜະ ເປັນຢາຫ້າມເລືອດ, ເຮັດໃຫ້ແຜດີໄວປົວເຈັບຕາແດງແລະແກ້ເບື່ອ.

+ໃບສົ້ມເຊົ້າຍັງເປັນຢາຂັບປັດສະວະ.

+ໃບຍ້ອງມຸ່ນໆແລ້ວເອົາມາໂຜະໃສ່ຫ້ນາຝາກແກ້ເຈັບຫົວ.

  ນອກນັ້ນໃບຍັງໃຊ້ຢາປົວຜິກຂໍ້, ຜິກແຂນຜິກຂາ ໃຊ້ໃນຮູບແບບໂຜະຣ້ອນ.

! ສົ້ມເຊົ້າເປັນຢາຊະນິດຫຶ່ນງທີ່ສາມາດປົວໄດ້ຫລາຍໆພະຍາດ.

 

 ສົ້ມພໍດີ  

(Bụp giấm)

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Hibiscus subdaiffla L.

ສະກຸນ: ດອກສະວ່າ (Malvaceae)

+ ເປັນພືດທີ່ປະຊາຊົນລາວເຮົາເຄີຍປູກໄວ້ຕາມເຮືອນ.

ພາກສ່ວນໃຊ້ເປັນຢາ: ກີບດອກຊັ້ນນອກຕາກຫຼືອົບແຫ້ງ.

 ສ່ວນປະກອບເຄມີສາດ: flavonoid (hibiscitrin, gossypitrin…), acid hibiscic, acid amin, vitamin C…

 ຄຸນປະໂຫຍດ:

- ກະຕຸ້ນຊ່ວຍຍ່ອຍອາຫານ, ຂັບຍ່ຽວ, ຮັກສາແລະປ້ອງກັນໂລກນິ້ວ,ຮັກສາໂລກທາງເດີນປັດສະວະອັກເສບ.

- ໃບຂອງຕົ້ນສົ້ມພໍດີປະຊາຊົນລາວເຮົາເຄີຍໃຊ້ເຂົ້າໃນການປຸງເເຕ່ງເເກງສົ້ມ.

 ວິທີໃຊ້ແລະປະລິມານໃຊ້: ໃຊ້ໃນຮູບປະພັນຢາຕົ້ມ, ຊົງຊາ ຫຼືໃນຮູບເເບບບອງເຫຼົ້າ.

! ເອົາໃຈໃສ່: ປະເທດຫວຽດນາມຍັງໃຊ້ຜະລິດເຮັດເຫຼົ້າວາຍ (Hibiscus) ໃຊ້ພາຍໃນປະເທດເເລະຍັງສົ່ງອອກຕ່າງປະເທດອີກດ້ວຍ.

 

ສົ້ມຂີ້ມ້ອນ

(Chua ngút)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Embelia ribes Burn

ສະກຸນ: Myrsinaceae

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ໝາກຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ: tanin, ນ້ຳມັນລະເຫີຍ, acid embelic.

ຄຸນປະໂຫຍດ: ເປັນຢາຂ້າແມ່ທ້ອງ, ຂ້າພະຍາດກາຝາກ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງດຶ່ມປະມານ 5g ຝຸ່ນໝາກສົ້ມຂີ້ມ້ອນ, ດຶ່ມແຕ່ເຊົ້າທີ່ຍັງບໍ່ທັນໄດ້ກິນຫັຍງ.

! ເອົາໃຈໃສ່: ປະເທດອຶ່ນຍັງໃຊ້ຕົ້ນ Embelia robusta Roxb ແລະ Embelia micrantha DC. ໂດຍໃຊ້ຄືກັນກັບຕົ້ນ Embelia ribes Burn.

 

ສົ້ມຊູ້

(Cây cơm cháy)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Sambucus javanica

ສະກຸນ: Caprifoliaceae

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ງ່າໃບ, ດອກ, ໝາກ,ຮາກ.

ສ່ວນປະກອບເຄມີສາດ: ນ້ຳມັນລະເຫີຍ, alcaloid, ທາດຢາງ, ທາດຝາດ.

ຄຸນປະໂຫຍດ: ງ່າໃບຕົ້ມນໍ້າອາບໃຫ້ແມ່ຍິງຫາກໍ່ຄອດບຸດ. ໝາກ, ດອກ ເປັນຢາໄລ່ຍ່ຽວ, ຂັບໄລ່ເຫື່ອ, ເປັນຢາລະບາຍ, ປົວປະດົງຂໍ່.

ວິທີໃຊ້ແລະປະລິມານໃຊ້:

- ຢາໄລ່ຍ່ຽວ, ໄລ່ເຫື່ອ : ໃຊ້ດອກໃນຮູບປະພັນຊົງຊາຫຼືໃຊ້ອາຍ.

- ປົວອັກເສບໄຂ່ຫຼັງ, ບວມຕົນໂຕ : ໃຊ້ໝົດຕົ້ນໃນຮູບປະພັນຢາຕົ້ມ.

- ປົວປະດົງຂໍ່ : ໃຊ້ໝາກບອງເຫຼົ້າ.

=> ມື້ໜຶ່ງໃຊ້ປະມານ 10-12g ດອກ, ໝາກ, ຮາກ, ເປືອກລຳ ດ້ວຍຮູບປະພັນຢາຕົ້ມ, ປົກກະຕິຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

 

ໂສມລົດຂົມ

(Khổ sâm)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ຊູເຊິງ.

ຊື່ວິທະຍາສາດ:  Croton tonkinensis Gagnep.

ສະກຸນ: ໝາກຖົ່ວ (Fabaceae).

+ ໂສມລົດຂົມເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ຮາກຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ: alcaloid (matrin, oxymatrin), flavonoside.

ຄຸນປະໂຫຍດ:  ເປັນຢາຖອນພິດ, ຂັບປັດສາວະ, ລົດໄຂ້, ແກ້ຄໍອັກເສບ, ປົວກົກແຂ້ວບວມໃຄ່, ແກ້ໄອ, ຮັກສາໂລກຜິວໜັງ, ແກ້ທ້ອງຜູກ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 10-12g ຮູບແບບຢານໍ້າຕົ້ມ ໃຊ້ດ່ຽວຫຼືວ່າຈະສົມທົບກັບຕົ້ນໄມ້ເປັນຢາຊະນິດອຶ່ນກໍ່ໄດ້.

 

ໂສມຫ້າໃບ

(Thất diệp đởm)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ຫຍ້າມະຫັດສະຈັນ.

ຊື່ວິທະຍາສາດ:Gynostemma pedata Bl. = Gynostemma pentaphyllum Makino.

 ສະກຸນ: ໝາກຝັກ (Cucurbitaceae).

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ພາກສ່ວນຢູ່ເທິງໜ້າດິນເອົາມາຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ: sterol, ທາດນໍ້າຕານ, glycoside.

ຄຸນປະໂຫຍດ: ປົວຕັບອັກເສບ, ປົວອັກ້ສບໄຂ່ຫຼັງ, ປົວແຜບາດໃນກະເພາະ, ປົວອັກເສບຂໍ້ຕໍ່, ປົວໂລກນໍ້າຄາເນື້ອ. ນອກນັ້ນຍັງເປັນຢາປົວມະເຮັງ, ປ້ອງກັນຜິວແກ່ກ່ວາໄວ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 4-10g ຮູບແບບຢາຕົ້ມ, ຊົງຊາ.

 

ກັບຄືນໜ້າທໍາອິດ

(Trở về đầu trang)


ກັບຄືນໜ້າທໍາອິດ

(Trở về đầu trang)


ຍານ

(Cánh kiến trắng)

Benzoinum

 

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Styrax tonkinensis  Pierre

ສະກຸນ: Styracaceae.

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດແລະປູກຢູ່ຕາມສວນເຂດປ່າ.

ພາກສ່ວນໃຊ້ເປັນຢາ:  ນ້ຳຢາງ Resine ເປັນກ້ອນໄດ້ຈາກການເຈາະທັບເອົາເປືອກ.

ສ່ວນປະກອບເຄມີສາດ:  acid ຫອມ (acid benzoic 36%, acid cinamic 3%), vanilin.

ຄຸນປະໂຫຍດ: ເປັນຢາແກ້ໄອ, ປົວຫຼອດລົມອັກເສບຊຳເຮື້ອ, ປົວພະຍາດຂີ້ຂະຍື.

- ເຮັດໃຫ້ບາດແຜດີໄວ, ປົວແມ່ຍິງຫົວນົມແຕກ.

- ເປັນສານປະສົມໃນການປຸງແຕ່ງຢາ, ເຄື່ອງສຳອາງ, ອາຫານ.

ວິທີໃຊ້ແລະປະລິມານໃຊ້: 

- ຍານປະສົມກັບນ້ຳເຜິ້ງ, ມື້ໜຶ່ງໃຊ້ປະມານ 0,5-2g.

- ເອົາໄຟລົນຢາງ, ແລ້ວດົມກິ່ນຄັວນເປັນຢາຂັບຂີ້ກະເທິ,ຫາຍໃຈງ່າຍ.

- ນ້ຳຢາເຄມີ 20%ທີ່ບັນຈຸເຫຼົ້າ ເປັນຢາທາຫົວນົມແຕກ.

- ແຊ່ຍານໃນເຫຼົ້າ, ອົມປົວອັກເສບບໍລິເວນເເຂ້ວ.

 

ຍໍບ້ານ

 (Cây nhàu)

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Morinda citrifolia L.

ສະກຸນ: ກາເຟ (Rubiaceae)

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ໃບ, ໝາກ, ຮາກ.

ສ່ວນປະກອບເຄມີສາດ: Anthranoid.

ຄຸນປະໂຫຍດ,ວິທີໃຊ້ແລະປະລິມານໃຊ້:

- ຮາກປົວຄວາມດັນເລືອດສູງ: ມື້ໜຶ່ງໃຊ້ປະມານ 30-40g ດ້ວຍຮູບປະພັນຢາຕົ້ມ.

- ໝາກເປັນຢາລະບາຍ, ດັດສະເໝີຮອບປະຈຳເດືອນ, ປີ້ງໝາກໃຫ້ສຸກ ກິນເປັນຢາຂ້າພະຍາດກາຝາກ.

- ໃບດິບຕຳມຸ່ນໂຜະໃສ່ຝີ, ໃສ່ແຜເຮັດໃຫ້ຜິວໜັງອ່ອນປົ່ງໄວ, ໃຊ້ໃນຮູບປະພັນຢາຕົ້ມຍັງເປັນຢາຂ້າເຊື້ອພະຍາດກາຝາກ, ທຽວທ້ອງ, ປົວໄຂ້ຮ້ອນ ແລະຍັງເປັນຢາບຳລຸງອີກດ້ວຍ.

 

 

ກັບຄືນໜ້າທໍາອິດ

(Trở về đầu trang)


ດອກສະວ່າ

(Dâm bụt)

ປ່ຽນເປັນພາສາຫວຽດ

ຊື້ອຶ່ນ: ດອກບຸດສະບາ.

ຊື່ວິທະຍາສາດ:  Hibiscus rosa-sinensis L.

ສະກຸນ: ຕົ້ນຝ້າຍ (Malvaceae).

+ ເປັນຕົ້ນໄມ້ທີ່ປູກເອ້ບ້ານ ຢູ່ໃນຫຼາຍປະເທດ.

ພາກສ່ວນໃຊ້ເປັນຢາ: ໃບ, ດອກ, ເປືອກຮາກ.

ສ່ວນປະກອບເຄມີສາດ: ທາດເມືອກ, alcaloid, sistosterol, ໃນດອກມີທາດ flavonoside.

ຄຸນປະໂຫຍດ, ວິທີໃຊ້:

- ໃບດິບຕຳມຸ່ນປະສົມເກືອ ເປັນຢາໂຜະເເຜ, ຝີພວມຫຸ້ມໜອງເພື່ອບັນເທົາອາການປວດ ເເລະ ໃຫ້ຫຸ້ມໜອງໄວ, ຕ້ານເຊື້ອອັກເສບທາງອະໄວຍະວະ.

- ເປືອກຮາກໃຊ້ໃນຮູບປະພັນຢາຕົ້ມ ເປັນຢາປົວພະຍາດລົງຂາວ, ທ້ອງບິດ, ປະຈຳເດືອນມາ

ບໍ່ປົກກະຕິ, ເລືອດອອກຫຼາຍ, ເເກ່ຍາວ ຫຼືໃຊ້ເພື່ອລ້າງຝີ.

- ນອກນັ້ນດອກສະວ່າຍັງເຮັດເປັນຢານອນຫຼັບດີ, ລະຫງັບປະສາດ ໃຊ້ໃນຮູບເເບບຊົງຊາ.

ດອກພຸດ

 (Chi tử)

Fructus Gardeniae

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Gardenia jasminoides Ellis. = Gardenia florida L.

ສະກຸນ: ກາເຟ (Rubiaceae)

+ ເປັນພືດທີ່ເກີດເອງຕາມທຳມະຊາດ, ເປັນດອກໄມ້ຊະນິດໜຶ່ງທີ່ປະຊາຊົນເຮົາເຄີຍປູກໄວ້ເອ້ບ້ານ.

ພາກສ່ວນໃຊ້ເປັນຢາ: ໝາກຕາກແຫ້ງ.

ສ່ວນປະກອບເຄມີສາດ: ອາຊິດ ອົງຄະທາດ, ນ້ຳມັນຫອມລະເຫີຍ, ບັນດາ iridoid glycosid ບັນຈຸທາດ genin ເຊິ່ງແມ່ນທາດທີ່ປະກອບຢູ່ໃນໝວດ diterpen ສີເຫຼືອງ.

ຄຸນປະໂຫຍດ:

- ປົວໄຂ້ຮ້ອນແລະມີອາການກະຫາຍນ້ຳ, ປົວຮາກອອກເລືອດ, ເລືອດດັງອອກ, ຖ່າຍອອກ

ເລືອດ, ເຈັບຫົວແລະມີໄຂ້ຮ້ອນ, ປົວເຈັບຕາ, ຫູອຶ່ງ ແລະຍັງເປັນຢາເຮັດໃຫ້ຖ່າຍເບົາສະດວກ.

- ເຮັດເປັນຢາໂຜະໃສ່ແຜບວມເຈັບ.

- ເຮັດເປັນສີຍ່ອມອາຫານ.

- ລາວເຮົາຍັງໃຊ້ເປັນຢາປົວລົງຂາວ.

ວິທີໃຊ້ແລະປະລິມານໃຊ້:

- ມື້ໜຶ່ງໃຊ້ປະມານ 5-10g ດ້ວຍຮູບປະພັນຢາຕົ້ມ ໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

- ເຜົາໝາກຈົນກາຍເປັນຖ່ານແລັວບົດໃຫ້ມຸ່ນຈົນກາຍເປັນຝຸ່ນ, ໃຊ້ດັງຫາຍໃຈເອົາຝຸ່ນເພື່ອປົວເລືອດດັງອອກ.

- ເຜົາໝາກຈົນກາຍເປັນຖ່ານແລ້ວເອົາມາປະສົມກັບໄຂ່ຂາວ, ໃຊ້ທາໃສ່ແຜນ້ຳຮ້ອນລວກ.

ດອກດາເຮືອງ

(Cúc hoa)

Flos Chrysanthemi indici 

ປ່ຽນເປັນພາສາຫວຽດ

ື່ວິທະຍາສາດ:  Chrysanthemum indicum L.

ສະກຸນ: ຫອມແກ່ວ (Asteraceae).

+ ເປັນພືດທີ່ປະຊາຊົນລາວເຮົາເຄີຍປູກເປັນດອກໄມ້ປະດັບເອ້, ປູກໃນສວນເປັນຈຸກເປັນໜານ ແລະຕາມແຄມຮົ້ວ, ລາວເຮົາຍັງໃຊ້ປະກອບເຂົ້າໃນເຄື່ອງເທດເຊັ່ນ: ດອກຈູມເອົາມາລວກຈໍ້າເເຈ່ວ ກິນກັບລາບ, ດອກບານນຳມາປຸງແບບຊຸບໃສ່ຊີ້ນງົວ, ໄກ່ ອອກລົດສົ້ມ, ໃບອ່ອນແລະຍອດນຳມາຕົ້ມໃສ່ແກງ ຫຼືຈະກິນໃບສົດກັບຕຳໝາກຮຸ່ງກໍ່ໄດ້.

ພາກສ່ວນໃຊ້ເປັນຢາ: ຕົ້ນ, ໃບ, ຮາກ.

ສ່ວນປະກອບເຄມີສາດ: ນໍ້າມັນລະເຫີຍ, flavonoside, vitamin A, acid amin (cholin).

ຄຸນປະໂຫຍດ:

- ດອກ: ເປັນຢາແກ້ພິດລົມທີ່ມີອາການປວດໃນທ້ອງ, ແກ້ລິດສິດວງທະວານ, ໄອກົນ ໄອຫັວດ, ເຈັບຕາ, ແກ້ວິນວຽນມຶນຫົວ, ຕາລາຍ, ປົວອັກເສບຫຼອດລົມ, ເປັນຢາຂັບຮ້ອນ, ລະບາຍຂີ້ກະເທິ, ຟອກເລືອດ, ປົວເຕົ້ານົມອັກເສບ.

- ຕົ້ນ : ເປັນຢາແກ້ທ້ອງອືດ, ທ້ອງເບັງ, ຈຸກສຽບ, ປວດທ້ອງ, ໃຊ້ຂັບລົມໃນລຳໄສ້.

- ໃບ: ໃຊ້ແກ້ຝີບວມໜອງອັກເສບ, ນອກນັ້ນເຮົາຍັງສາມາດຄັ້ນເອົານໍ້າຈາກກີບມາຢອດໃສ່ຫູເພື່ອບັນເທົາອາການເຈັບຫູ.

- ຊາວຫວຽດນາມ ຍັງໃຊ້ດອກປົວຄວາມດັນເລືອດສູງ, ໃຊ້ເຂົ້າໃນການປຸງເຫຼົ້າ, ປຸງນໍ້າຊາ.

ວິທີໃຊ້ແລະປະລິມານໃຊ້:

- ລະບາຍຂີ້ກະເທິ: ເອົາດອກທີ່ຕາກແຫ້ງຊົງກັບນໍ້າຮ້ອນ ແລ້ວດຶ່ມ.ຖ້າເອົາມາປະສົມກັບຕັບໄກ່ ຈະເປັນຢາບຳລຸງສາຍຕາ.

- ມື້ໜຶ່ງໃຊ້ປະມານ 2-10g ໃຊ້ໃນຮູບປະພັນຢາຕົ້ມ.

- ປົກກະຕິຈະໃຊ້ສົມທົບກັບຕົ້ນໄມ້ເປັນຢາຊະນິດອຶ່ນເຊັ່ນ: ຂ່າ, ສະຄ່ານ.

 

 

ດອກໄມ້ເຂັມ

 (Đơn đỏ)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Excoecaria bicolor Hass, Excoecaria cochichinensis Lour, Excoecaria orientalis Pax. et Hoffm.

ສະກຸນ: Euphorbiaceae.

ພາກສ່ວນໃຊ້ເປັນຍາ: ໃບ, ຮາກ

ສ່ວນປະກອບເຄມີສາດ:  Flavonoid, saponin, coumarin, anthranoid, tanin.

ຄຸນປະໂຫຍດ: ໃຊ້ປົວສິວ, ຜື່ນຄັນ, ປົວອາການແພ້, ປົວຖອກທ້ອງ. ໃຊ້ປົວຖ່າຍໜັກອອກເລືອດ, ທອ້ງບິດໃນເດັກນ້ອຍ. ນອກນີ້ຍັງໃຊ້ປົວໂຣກຫັດ, ໂຣກຄາງທູມ, ອັກເສບອະມິດານ, ເຈັບຫນ້າເອິກ, ເຈັບໝາກໄຂ່ຫລັງ, ເຈັບກ້າມເນື້ອ.

ວິທີໃຊ້ ແລະ ປະລິມານໃຊ້: ມື້ຫນຶ່ງໃຊ10-20 g, ໃຊ້ຕົ້ມດື່ມ ຫຼື ສາມາດໃຊ້ຮ່ວມກັບຂະໜານຍາພື້ນເມືອງຂັບຖ່າຍພິດຊະນິດອື່ນໆ.

 

ດອກຊ້ອນທອງ

 (Cây bướm bạc)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Mussaenda pubescens Ait.f.

ສະກຸນ: ກາເຟ (Rubiaceae).

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ ສ່ວນຫຼາຍເກີດຢູ່ຕາມປ່າພູ.

ພາກສ່ວນໃຊ້ເປັນຢາ: ດອກ, ຮາກ, ງ່າໃບ.

ສ່ວນປະກອບເຄມີສາດ: acid amin, ອາຊິດ ອົງຄະທາດ.

ຄຸນປະໂຫຍດ: ເປັນຢາຖ່າຍເບົາສະດວກ, ແກ້ໄອ, ຂັບຂີ້ຂະຍື, ປົວກະດູກຫັກ, ປົວຂໍ້ອັກເສບ.

ວິທີໃຊ້ແລະປະລິມານໃຊ້:

- ດອກ ໃຊ້ເປັນຢາຖ່າຍເບົາສະດວກ, ແກ້ໄອ, ຂັບຂີ້ຂະຍື. ມື້ໜຶ່ງໃຊ້ປະມານ 6-12g ໃຊ້ໃນຮູບແບບຢານໍ້າຕົ້ມ.

- ໃຊ້ນອກໜັງບໍ່ຄິດໄລ່ປະລິມານ ຕໍາມຸ່ນໂຜະບ່ອນແຜອັກເສບ, ກະດູກຫັກ.

- ຮາກ ເປັນຢາບັນເທົາອາການເຈັບປວດ, ປົວຂໍ້ອັກເສບ. ມື້ໜຶ່ງໃຊ້ປະມານ 10-20g ໃຊ້ໃນຮູບແບບຢານໍ້າຕົ້ມ.

- ງ່າໃບໃຊ້ຄືກັນກັບຮາກ ມື້ໜຶ່ງປະມານ 6-12g.

ດອກຫອນໄກ່

(Thanh tương t)

Semen Celosiae

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ຫອນໄກ່

ຊື່ວິທະຍາສາດ: Celosia argenta L.

ສະກຸນ: Amaranthaceae

+ ເປັນດອກໄມ້ປະດັບແລະມັນເກີດເອງຕາມທໍາມະຊາດ.

ພາກສ່ວນໃຊ້ເປັນຢາ: ເມັດແກ່ຕາກແຫ້ງ.

ສ່ວນປະກອບເຄມີສາດ: polysaccarid, celosian.

ຄຸນປະໂຫຍດ: ປົວຖ່າຍເລືອດອອກ, ປົວເຈັບຕາແດງ, ທາດ celosian ເປັນທາດທີ່ປ້ອງກັນຕັບ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 6-12g ເມັດ ໃຊ້ໃນຮູບແບບຢານໍ້າຕົ້ມ, ຝຸ່ນ ອາດຈະໃຊ້ດ່ຽວຫຼືສົມທົບກັບຕົ້ນໄມ້ເປັນຢາຊະນິດອຶ່ນ.

! ເອົາໃຈໃສ່: ໃບດອກໄມ້ຫອນໄກ່ສົມທົບກັບຕົ້ນຢາຊະນິດອຶ່ນ ເປັນຢາປົວໂລກຫອບຫືດ.

 

 

 

ກັບຄືນໜ້າທໍາອິດ

(Trở về đầu trang)


ຕົ້ນຈໍາປາ

  (Đại)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Plumeria rubra L. var. acutifolia (Poir.) Bailey

ສະກຸນ: ຕົ້ນດອກຄໍາ (Apocynaceae).

+ຕົ້ນຈໍາປາເປັນຕົ້ນໄມ້ທີ່ປູກເອົາໄວ້ບູຊາໃນວັດວາອາຮາມແຫ່ງຕ່າງໆແລະເປັນດອກໄມ້ເອົາໄວ້ເອ້ຕົວເມືອງ, ມີຢູ່ໃນທຸກໆທ້ອງຖິ່ນໃນປະເທດເຮົາ.

ພາກສ່ວນໃຊ້ເປັນຢາ:

 + ເປືອກຮາກ ແລະ ລຳຊອຍບາງຕາກແຫ້ງ, ຂົ້ວໃຫ້ເຫຼືອງໄວ້ໃຊ້.

 + ໃບອ່ອນ.

 + ດອກຈູມ ແລະ ດອກບາງຕາກແຫ້ງ.

 + ຢາງດິບ.

ສ່ວນປະກອບເຄມີສາດ: ມີບັນດາທາດທີ່ຢູ່ໃນກຸ່ມ iridoid, alcaloid, ໃນດອກມີນ້ຳມັນລະເຫີຍ.

ຄຸນປະໂຫຍດ:

+ ເປືອກລຳ ແລະ ເປືອກຮາກຊອຍບາງ, ຂົ້ວໃຫ້ຫອມແລ້ວເອົາມາຕົ້ມດຶ່ມ ປະລິມານໃຊ້ 3-6g ເປັນຢາລະບາຍ, 8-16g ເປັນຢາຂ້າແມ່ທ້ອງ ແລະ ຍັງໃຊ້ໃນກໍລະນີເປັນບວມຫນັກ.

+ ດອກໃຊ້ເປັນຢາປົວໄອ, ໄຂ້ຮ້ອນ, ໂຂະກະເທິ.

+ ໃບເອົາມາຕຳໂຜະປົວເອັນພິກ, ພິກໂບກ, ຕຸ່ມເປື່ອຍ.

  ຊາວຫວຽດນາມ: ໃບບົດມຸ່ນແລ້ວປຸງເປັນກາວໂຜະໃສ່ຜີວຫນັງລອກ ຫຼື ເລືອດອອກ.

+ ຢາງທີ່ເອົາມາຈາກເປືອກລຳທາໃສ່ບ່ອນ ແຜຂີ້ຫິດຂີ້ເຮື້ອນ, ຕີນມືເປັນດານ ແລະຕຸ່ມເປື່ອຍກໍ່ດີ.

! ເອົາໃຈໃສ່: ຫ້າມໃຊ້ໃນກໍລະນີກຳລັງ໗ອກທ້ອງ, ຖືພາ.

ຕະບອງເພັດ

 (Xương rồng)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ສະດັດໄດ, ກະລຳພັກ.

ຊື່ວິທະຍາສາດ:  Euphorbia antiquorum L.

ສະກຸນ: ຕົ້ນໝາກຫຸງສາ (Euphorbiaceae).

+ ຕະບອງເພັດເກີດເອງຕາມທຳມະຊາດ, ສ່ວນຫຼາຍເກີດຢູ່ຕາມປ່າ ເປັນຕົ້ນໄມ້ທີ່ມີໜາມ ປະຊາຊົນລາວເຮົາເອົາມາປູກເປັນຕົ້ນໄມ້ປະດັບ.

ພາກສ່ວນໃຊ້ເປັນຢາ: ລໍາ, ງ່າ, ຢາງ.

ສ່ວນປະກອບເຄມີສາດ: ທາດ fridelan (C30H25O), taraxerol (C30H50O) ແລະບັນດາທາດອາຊິດ ອົງຄະທາດຕ່າງໆ.

ຄຸນປະໂຫຍດ: ບັນເທົາອາການເຈັບປວດແຂ້ວ, ແກ້ທ້ອງອືດທ້ອງແໜ້ນ.

ວິທີໃຊ້ແລະປະລິມານໃຊ້:

- ງ່າຕະບອງເພັດ ເອົາໜາມອອກແລ້ວປີ້ງໄຟໃຫ້ອ່ອນ, ຕໍາປະສົມເກືອໜ້ອຍໜຶ່ງ ໃຊ້ອົມເພື່ອບັນເທົາອາການປວດແຂ້ວ.

- ຢາງຕະບອງເພັດສົມທົບກັບຕົ້ນຢາຊະນິດອຶ່ນແລ້ວເຮັດເປັນເມັດເປັນຢາປົວເລືອດທີ່ໄຫຼອອກຈາກບາດ (ເລືອດແຫ້ງ).

! ເອົາໃຈໃສ່: ເປັນຕົ້ນໄມ້ມີພິດເວລາໃຊ້ຄວນລະມັດລະວັງ.

ຕົ້ນຫມາກກັນຖິນ  

(Keo giậu)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Leucaena glauca L.

ສະກຸນ: ຫມາກຖົ່ວ (Fabaceae).

+ຕົ້ນກັນຖິນເປັນຕົ້ນໄມ້ທີ່ເກີດຂຶ້ນເອງຕາມທຳມະຊາດ, ມີຢູ່ເກືອບທຸກໆທ້ອງຖິ່ນ ໃນປະເທດເຮົາ, ຊາວບ້ານເຄີຍປູກເປັນຫຼັກຮົ້ວອ້ອມສວນ.

ພາກສ່ວນໃຊ້ເປັນຢາ: ແກ່ນ (Semen Leucaenae glaucae).

ສ່ວນປະກອບເຄມີສາດ: ແກ່ນຫມາກກັນຖິນປະກອບດ້ວຍທາດແປ້ງ, ທາດ minosin (ມີທັງທາດ amino acid ແລະມີທັງທາດ alcaloid,ຫມາກກັນຖິນຍັງມີທາດເມືອກ,ທາດນ້ຳຕານ ແລະ ທາດ protid.

ຄຸນປະໂຫຍດ: ຂ້າແມ່ທ້ອງກົມທັງຜູ້ໃຫ່ຍແລະເດັກນ້ອຍ.

ວິທີໃຊ້, ປະລິມານໃຊ້: ແກ່ນຫມາກກັນຖິນທີ່ຕາກແຫ້ງ, ແລ້ວເອົາມາຂົ້ວໃຫ້ແຫ້ມ ຫຼືໃຊ້ແກ່ນຂຽວ ເຮັດເປັນຢາຂ້າແມ່ທ້ອງກົມສຳລັບຜູ້ໃຫ້ແລະເດັກນ້ອຍ ເຄີຍໃຊ້ໃນຮູບປະພັນຢາຝຸ່ນ, ຢາກ້ອນຮູບພູເຂົາ.

ຜູ້ໃຫ່ຍກິນມື້ຫນຶ່ງ:20-50g, ເດັກນ້ອຍກິນມື້ລະ:10-15g. ຄວນກິນຕອນເຊົ້າໃນເວລາຫີວ,ກິນລຽນຕິດ 3-5 ວັນ.

! ເອົາໃຈໃສ່: ກິນແກ່ນຫມາກກັນຖິນຫຼາຍສາມາດເຮັດໃຫ້ຜົມລົ້ນ.

ຕົ້ນແກແລ

(Cây mỏ quạ)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ແກກ້ອງ, ສັກຂີເຫຼືອງ.

ຊື່ວິທະຍາສາດ: Maclura cochinchinensis (Lour.) Corner = Cudrania javanensis Trec.

ສະກຸນ: ມອນແກ້ວ (Moraceae).

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ໃບ, ຮາກ (Radix Cudraniae).

ສ່ວນປະກອບເຄມີສາດ: flavonoside.

ຄຸນປະໂຫຍດ: ໃບຕົ້ນແກແລເປັນຢາປົວບາດແຜຄໍມົດລູກ, ຮາກປົວໂລກນໍ້າຄາເນື້ອ, ແກ້ໄອ, ໄອອອກເລືອດ.

ວິທີໃຊ້ແລະປະລິມານໃຊ້:

- ໃບສົດລ້າງສະອາດເອົາມາຕໍາໃຫ້ມຸ່ນແລ້ວໂຜະໃສ່ແຜ, ແລ້ວເອົາແພໂອບມັດໄວ້, ມື້ໜຶ່ງລ້າງແຜເທື່ອໜຶ່ງ.

- ຮາກເປັນຢາໄລ່ເລືອດ, ຂັບເລືອດບ່ອນແຜຊໍ້າ, ເປັນຢາຂັບລະດູ.

 ມື້ໜຶ່ງໃຊ້ປະມານ 10-30g ຮາກ ໃຊ້ໃນຮູບແບບຢານໍ້າຕົ້ມ.

ຕົ້ນເເຄ

(Quế) 

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Cinnamomum zeylanicum Breyn.

+ ສະກຸນ: ກາລະບູນ (Lauraceae).

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດເເລະປູກຢູ່ຕາມເຂດປ່າ.

ພາກສ່ວນໃຊ້ເປັນຢາ:  ເປືອກລຳ ( Cortex Cinnamomi), ງ່າອ່ອນ (Ramulus Cinnamomi) .

ສ່ວນປະກອບເຄມີສາດ: ນ້ຳມັນຫອມລະເຫີຍ, ໃນນ້ຳມັນຫອມລະເຫີຍຕົ້ນຕໍບັນຈຸທາດ: aldehyd cinamic.

ຄຸນປະໂຫຍດ:  

- ເປືອກລຳແກ່ເປັນຢາປົວອາການໄຂ້ໜາວ, ອຳມະພາດ,ຖອກທ້ອງ. ນອກນັ້ນຍັງໃຊ້ໃນກໍລະນີຜູ້ຍິງມີລູກຍາກ.

- ງ່າອ່ອນໃຊ້ປົວໄຂ້ຫັວດໜາວ, ໄຂ້ຮ້ອນບໍ່ອອກເຫື່ອ.

- ນອກນັ້ນຍັງປະກອບສ່ວນໃຊ້ເຂົ້າໃນການເຮັດເຄື່ອງຫອມ, ເຄື່ອງເທດເພື່ອດັດແປງລົດ.

ວິທີໃຊ້ແລະປະລິມານໃຊ້:

  ມື້ໜຶ່ງໃຊ້ປະມານ 1-4g ດ້ວຍຮູບປະພັນຢາຕົ້ມ, ແບບຊົງຊາ, ປົກກະຕິຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

! ເອົາໃຈໃສ່: ນອກນັ້ນຍັງໃຊ້ຕົ້ນເເຄຊະນິດອຶ່ນອີກເຊັ່ນ:Cinnamomum obtusifolium Nees., Cinnamomum cassia Blume.

ຕົ້ນໝາກແຂ່ນ

 (Xuyên tiêu)

Fructus Zanthoxyli

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Zanthoxylum sp.

ສະກຸນ: Rutaceae

+ ຕົ້ນໝາກແຂ່ນເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ໝາກຕາກແຫ້ງ.

ສ່ວນປະກອບເຄມີສາດ: ນ້ຳມັນຫອມລະເຫີຍ (2-4%).

ຄຸນປະໂຫຍດ,ວິທີໃຊ້ແລະປະລິມານໃຊ້:

 - ປົວອາການເຈັບທ້ອງ, ປົວໄອ, ແກ້ປວດຮາກ, ຖອກທ້ອງ : ມື້ໜຶ່ງໃຊ້ປະມານ 4-12g ດ້ວຍຮູບປະພັນຢາຕົ້ມ,ຝຸ່ນ.

 - ເຈັບແຂ້ວ : ຕົ້ມນ້ຳແລ້ວອົມປະໄວ້ປະມານ 30 ນາທີແລ້ວຄາຍຖິ້ມ.

 - ລາວເຮົາຍັງໃຊ້ເຂົ້າໃນເຄື່ອງເທດເສີມອາຫານ.

ຕົ້ນສາລີ

(Ngô)

Styli et stigmata Maydis (Stylus Maydis)

ປ່ຽນເປັນພາສາຫວຽດ

 ຊື່ວິທະຍາສາດ: Zea mays L.

+ ສະກຸນ: ເຂົ້າ (Bombacaceae)

+ ຕົ້ນສາລີຫຼືເຂົ້າໂພດເເມ່ນພືດໃຫ້ທາດເເປ້ງ, ນອກນັ້ນສ່ວນຕ່າງໆຂອງຕົ້ນສາລີຍັງເປັນຊັບພະຍາກອນການຢາທີ່ສຳຄັນເຊັ່ນ: ໃບ, ລຳ ເເລະພິເສດເເມ່ນຫມາກສາລີທີ່ເກັບກູ້ເວລາເກັບມານສາລີທີ່ເເກ້ດີ.

ສ່ວນປະກອບເຄມີສາດ: ທາດຂົມຫຼືທາດສະບູ, ນ້ຳມັນລະເຫີຍ, ທາດເມືອກ, ເກືອ (ກາລີ, ການຊີ), ທາດມັນ, vitamin k.

ຄຸນປະໂຫຍດ:

- ເປັນຢາປົວ ອັກເສບຖົງບີ, ອັກເສບຕັບ.

- ເຮັດຢາຍ່ຽວລ່ຽນໃນກໍລະນີພະຍາດກ່ຽວກັບຫົວໃຈເສັ້ນເລືອດ, ໄຂ່ຫຼັງອັບເສບ, ຫນິ້ວໄຂ່ຫຼັງ, ປະດົງ.

ວິທີໃຊ້, ປະລິມານໃຊ: ມື້ຫນຶ່ງໃຊ້ປະມານ 10-20g ຫມາກສາລີເເຫ້ງໃຊ້ໃນຮູບປະພັນຢາຕົ້ມ ຫຼືໃຊ້ໃນຮູບກາວເເຫຼວ, ມື້ຫນຶ່ງດຶ່ມປະມານ 2-3 ເທື່ອ.

ຕົ້ນດອກຮັກ

(Bồng bồng)

Folium Calotropis

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Calotropis gigantea R. Br.

ສະກຸນ: Asclepiadaceae

+ ເປັນພືດທີ່ປະຊາຊົນລາວເຮົາປູກໄວ້ເອ້ບ້ານ, ໃຊ້ດອກເຮັດຂັນຫມາກເບັງ, ເຮັດພາບາສີສູ່ຂັວນ, ເເຕ່ງດອງ, ເຮັດພວງມະໄລ.

ພາກສ່ວນໃຊ້ເປັນຢາ:  ຢາງ, ໃບ, ເປືອກ, ດອກ.

ສ່ວນປະກອບເຄມີສາດ: calotropin.

ຄຸນປະໂຫຍດ:

- ຢາງຈາກຕົ້ນເເລະໃບ: ມີລິດເປັນຢາຖ່າຍຢ່າງແຮງ, ຮັກສາອາການປວດແຂ້ວ, ປວດຫູ, ຂັບພະຍາດແລະແກ້ຂີ້ກາກຂີ້ກ້ຽນ. ນອກນັ້ນຍັງໃຊ້ເປັນຢາລຸລູກອີກດ້ວຍ.

- ເປືອກຕົ້ນຮັກ : ໃຊ້ຂັບນ້ຳເຫຼືອງທີ່ເສຍເຮັດໃຫ້ປວດຮາກ, ໃຊ້ຮັກສາໂລກບິດ, ຂັບເຫື່ອ, ຂັບຂີ້ກະເທິ.

- ດອກ: ໃຊ້ເປັນຢາຈະເລີນອາຫານ, ແກ້ຫັວດ, ແກ້ໄອ, ຊ່ວຍຍ່ອຍອາຫານ, ແກ້ຫືດ.

ວິທີໃຊ້ແລະປະລິມານໃຊ້:

  ມື້ໜຶ່ງໃຊ້ປະມານ 6-12g ດ້ວຍຮູບແບບຢາຕົ້ມ, ໃຊ້ດ່ຽວຫຼືສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

! ເອົາໃຈໃສ່: ຢາງດອກຮັກມີພິດ, ຖ້າຖືກຕາມຕົນໂຕຈະຄັນຄາຍ, ແສບ, ຖ້າຖືກຕາຈະເຮັດໃຫ້ຕາອັກເສບ.

ຕົ້ນສົນຫາງສິງ

(Trắc bách)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Biota orientalis  Endl. = Thuja orientalis L.

ສະກຸນ: Cupressaceae

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ງ່າມີໃບອ່ອນ (Cacumen Bietae ), ແກນເມັດ (Semen Biotae).

ສ່ວນປະກອບເຄມີສາດ:

- ງ່າໃບ ປະກອບດ້ວຍນໍ້າມັນລະເຫີຍ (ໃນນໍ້າມັນລະເຫີຍບັນຈຸທາດ fenchon, camphor, borneol), flavonoside, ທາດຢາງ, vitamin C, ບັນດາທາດອາຊິດ ອົງຄະທາດ.

- ແກນເມັດ ປະກອບດ້ວຍທາດຕຸ້ຍ, saponin.

ຄຸນປະໂຫຍດ:

- ງ່າໃບ: ໃຊ້ຫ້າມເລືອດ, ປົວເລືອດດັງອອກ, ໄອອອກເລືອດ, ຕົກເລືອດ, ລິດສິດວງທະວານເລືອດໄຫຼບໍ່ຢຸດ, ແມ່ຍິງລົງປະຈໍາເດືອນຫຼາຍເກີນໄປແລະອອກເລືອດເປັນກ້ອນ.

- ແກນເມັດ: ເປັນຢາກ່ອມປະສາດ, ປົວອາການນອນບໍ່ຫຼັບ, ປະສາດຊຸດໂຊມ, ເປັນຢາຂັບປັດສາວະ, ປົວບ້າໝູ.

ຕົ້ນແສງຄຳ

(Kha tử)

Fructus Chebulae

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Terminalia chebula Retz. ແລະ Terminalia nigrovenulosa piere ex Laness.

ສະກຸນ: ຕົ້ນຫູກວງ (Combretaceae)                    

+ ຕົ້ນແສງຄຳຫຼືແສງຄຳຕົ້ນເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ, ມີຢູ່ຫຼາຍທ້ອງຖິ່ນໃນປະເທດເຮົາ, ຫຼາຍກ່ວາໝູ່ແມ່ນຢູ່ແຂວງສະຫັວນນະເຂດ.

ພາກສ່ວນໃຊ້ເປັນຢາ:  ໝາກສຸກຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ:  ທາດຝາດ (20-40%), ບັນດາ ອາຊິດ ອົງຄະທາດ, phlobaphen…

ຄຸນປະໂຫຍດ:

- ແສງຄໍາຕົ້ນເປັນຢາປົວທ້ອງບິດ, ທ້ອງຖອກ.

- ຊາວຫວຽດນາມຍັງໃຊ້ເປັນຢາປົວໄອ, ອັກເສບລຳຄໍ.

ວິທີໃຊ້ແລະປະລິມານໃຊ້: ໃຊ້ໃນຮູບປະພັນຢາຕົ້ມ, ຢາກາວແຫຼວ ມື້ໜຶ່ງປະມານ 20-40g, ສຳລັບຢາກາວແຫ້ງມື້ໜຶ່ງປະມານ13g, ໃນຮູບແບບເຫຼົ້ຢາ 50-100g ( ເຫຼົ້າຢາ 1/5

,ອາດຈະປຸງແຕ່ງເປັນຢາເມັດຫຼືຢາລູກກອນຈາກກາວ.

! ເອົາໃຈໃສ່: ມີຫຼາຍປະເພດຕົ້ນແສງຄຳແຕ່ໃຊ້ຫຼາຍກ່ວາໝູ່ແມ່ນ 2 ປະເພດທີ່ກ່າວຢູ່ຂ້າງເທິງ.

ຕົ້ນຝ້າຍ

 (Vông vang)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Abelmoschus moschatus (L.) Medic =  Hibiscus abelmoschus L.

ສະກຸນ: ຕົ້ນຝ້າຍ (Malvaceae).

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ເມັດ, ໃບ, ຮາກ ລາວເຮົາຍັງໃຊ້ເປືອກກາກນຳ.

ສ່ວນປະກອບເຄມີສາດ: ນໍ້າມັນຫອມລະເຫີຍ, ທາດເມືອກ.

ຄຸນປະໂຫຍດ:

- ເມັດ: ເປັນຢາຮັກສາໂລກກະເພາະ, ບຳລຸງໝາກໄຂ່ຫຼັງ, ເປັນຢາຫ້າມເລືອດ, ປົວລິດສິດວງຮູທະວານ, ປົວຕົກເລືອດ ແລະເປັນຢາບຳລຸງຮ່າງກາຍ.

- ໃບ: ປົວນິ້ວ, ປົວທ້ອງບິດ, ປົວລິດສິດວງທະວານ.

- ຮາກ: ເປັນຢາບຳລຸງຮ່າງກາຍ.

- ເປືອກກາກ: ເປັນຢາຂັບນໍ້າຄາວປາ, ຫ້າມເລືອດ, ເປັນຢາບີບມົດລູກເຂົ້າອູ່ ແລະເປັນຢາຂັບລະດູແມ່ຍິງ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 4-6g ເມັດ, 60g ສໍາລັບເປືອກກາກ ໃຊ້ໃນຮູບປະພັນຢາຕົ້ມ.

 ຕົ້ນຜູ້

(Huyết dụ)

Folium Cordyline

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Cordyline terminalis Kunth var. ferrea Bak. = Cordyline ferrea C. Koch

ສະກຸນ: Dracaenaceae

+ ຕົ້ນຜູ້ເປັນຕົ້ນໄມ້ທີ່ປະຊາຊົນລາວເຮົາເຄີຍປູກໄວ້ເອ້ບ້ານ.

ພາກສ່ວນໃຊ້ເປັນຢາ:  ໃບດິບ.

ສ່ວນປະກອບເຄມີສາດ: flavonoside.

ຸນປະໂຫຍດ: ເປັນຢາຫ້າມເລືອດ, ປົວລົງຂາວ, ທ້ອງບິດ ແລະ ໂລກໜອງໃນ, ຫ້າມເລືອດຕາມແຜນອກໜັງ, ໄຂ້ເລືອດອອກ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 20-40g ໃບດິບ, ປົກກະຕິຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

! ເອົາໃຈໃສ່: ໃນເມື່ອໃຊ້ເປັນຢາຫ້າມເລືອດ ມັນມີຜົນສັກສິດດີຕໍ່ກໍລະນີຫຼັງຈາກຄອດທີ່ເເຫ່ອອກແລ້ວເລືອດໄຫຼບໍ່ຢຸດ, ເພິ່ນແນະນຳວ່າ ບໍ່ຄວນໃຊ້ກ່ອນເວລາທີ່ບໍ່ທັນເກີດລູກ ຫຼືເກີດລູກແລ້ວແຕ່ແຫ່ບໍ່ທັນຕົກ.

ຕົ້ນໝາກຕຸ່ມກາ

(Mã tiền) 

Semen Strychni

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Strychnos nux-vomica L.

ສະກຸນ: ຕົ້ນໝາກຕຸ່ມກາ (Loganiaceae).

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ, ມີຫຼາຍຢູ່ຕາມເຂດປ່າ.

ພາກສ່ວນໃຊ້ເປັນຢາ:  ແກ່ນຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ: ສ່ວນຫຼາຍບັນຈຸທາດ Alcaloid ໃນນັ້ນຕົ້ນຕໍແມ່ນ strychnin ແລະ brucin.

ຄຸນປະໂຫຍດ:

- ເປັນຢາກະຕຸ້ນເຮັດໃຫ້ກິນເຂົ້າແຊບ, ປົວອາການຕີນມືອິດເມື່ອຍ, ປົວເຈັບເສັ້ນປະສາດ.

- ຖອດຮີດ strychnin ແລະ brucin ໃຊ້ເຂົ້າໃນຂະແຫນງການແພດ.

ວິທີໃຊ້ແລະປະລິມານໃຊ້:

- ແກ່ນດິບ: ໃຊ້ພາຍນອກ, ໃຊ້ໃນຮູບແບບເຫຼົ້າໜວດ.

- ແກ່ນທີ່ປຸງແລ້ວ: ໃຊ້ພາຍໃນຮ່າງກາຍແຕ່ຕ້ອງປະສົມກັບວັດສະດຸອຶ່ນໆກ່ອນເຊັ່ນວ່າ: ນ້ຳເຂົ້າໝ່າ, ນ້ຳມັນງາ. ໃຊ້ໃນຮູບແບບຢາຝຸ່ນຫຼືດ້ວຍຮູບປະພັນຢາຕົ້ມ. ມື້ໜຶ່ງໃຊ້ປະມານ 0,1-0,3g, ສ່ວນຫຼາຍ

ຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ, ດຶ່ມຕອນກິນເຂົ້າອິ່ມ.

! ເອົາໃຈໃສ່:

- ຫ້າມໃຊ້ກັບເດັກນ້ອຍທີ່ມີອາຍຸຕໍ່າກ່ວາ 3 ປີ.

- ຢາອັນຕະລາຍ A.

ຕົ້ນຄູນ

(Ô môi)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Cassia fistula Lin. = Cassia grandis L.f.

ສະກຸນ: ຝາງເເດງ (Caesalpiniaceae).

+ ຕົ້ນຄູນເປັນພືດທີ່ເກີດເອງຕາມທຳມະຊາດ,ເເຕ່ກໍ່ໄດ້ປູກໄວ້ເອ້ໃນບັນດາຕົວເມືອງໃນປະເທດ

ເຮົາ ເພາະດອກຄູນໃຫ້ດອກງາມຍາມວັນກຸດສົງການ.

ພາກສ່ວນໃຊ້ເປັນຢາ: ຫມາກ (ປອກເປືອກເເລະເອົາເເກ່ນຖິ້ມ),ເປືອກຮາກ,ເປືອກລຳ ເເລະ ໃບ.

ສ່ວນປະກອບເຄມີສາດ:

- ຫມາກຄູນມີທາດ: ນ້ຳຕານ,ທາດເມືອກ,ທາດຝາດ,ທາດສະບູ (saponoside), ເກືອ (calcium Oxalium),ທາດໄຂມັນ,ນ້ຳມັນລະເຫີຍ ເເລະທາດຢາງ.

- ເເກ່ນປະກອບດ້ວຍທາດຕຸ້ຍ.

- ໃບກໍ່ມີທາດ Anthraxene ເເລະ flavonoside.

ຄຸນປະໂຫຍດ, ວິທີໃຊ້, ປະລິມານໃຊ້:

- ຫມາກດິບໃຊ້ເປັນຢາປົວທ້ອງຜູກ ມື້ຫນຶ່ງກິນປະມານ 4-6g, ຖ້າໃຊ້ເຖິງ 10-20g ຈະເປັນຢາຖ່າຍ, ຖ້າໃຊ້ເນື້ອຫມາກ ດອງເຫຼົ້າດຶ່ມຈະຊ່ວຍລະລາຍອາຫານ,ກິນເຂົ້າເເຊບ,ປົວເຈັບຫຼັງ

ເຈັບເເອວ.

- ກາວຫມາກຄູນ ໃຊ້ປະມານ 1kg ຕົ້ມກັບນ້ຳ 3 lit, ຕອງເເລ້ວຂ້ຽວເປັນກາວ ກິນເທື່ອລະ 5-15g ເປັນຢາປົວ ເຈັບຕົນໂຕ,ປົວທ້ອງຜູກ,ລ້າງທ້ອງ,ປົວທ້ອງບິດ.

- ໃບເປັນຢາປົວຂີ້ກາກ : ຕຳໃບດິບແລ້ວໂຜະໃສ່ບ່ອນເປັນກາກ, ນອກຈາກນັ້ນໃບກໍ່ຍັງເປັນຢາ ປົວທ້ອງຜູກ,ປົວເຈັບເເອວ ໃຊ້ໃນຮູບເເບບຢາຕົ້ມ ມື້ງຫນຶ່ງປະມານ 5-15g ໃບ.

- ປະຊາຊົນຊາວກຳປູເຈຍ ໃຊ້ເປືອກລຳເເລະເປືອກຮາກ ເປັນຢາປົວງູຂົບ,ຂີ້ເຂັບ,ເເມງງອດຕອດ.

! ເອົາໃຈໃສ່: ຍັງເອີ້ນຊື່ຕົ້ນຄູນວ່າ ຕົ້ນຫມາກເເກັງກີນາ (ເນື້ອງຈາກຫມາກຄູນຄ້າຍຄືຫມາກເເກັງກີນາ) ຢູ່ປະເທດຫວຽດນາມ ມີຕົ້ນຫມາກເເກັງກີນາ 3 ເເນວພັນ: ເເກັງກີນາເເດງ (Cinchona succirubra Pavon), ເເກັງກີນາເຫຼືອງ (C. calisaya Weddell), ເເກັງກີນາສີຂີ້ເທົ່າ (C. officinalis L.), ສະກຸນ: ກາເຟ (Rubiaceae).

ຕົ້ນໝາກລິ້ນໄມ້ 

(Hoàng bá nam)

Cortex Oroxyli

ປ່ຽນເປັນພາສາຫວຽດ

ຊື່ອື່ນ: ຕົ້ນໝາກອຶ່ງກາ.

ຊື້ວິທະຍາສາດ:  Oroxylon indicum Vent.

ສະກຸນ:  ດອກແຄ (Bignoniaceae).

+ ເປັນຕົ້ນໄມ້ທຳມະຊາດ, ມີຢູ່ທຸກໆທ້ອງຖິ່ນໃນປະເທດເຮົາແລະໃນປະເທດອຶ່ນ.

ພາກສ່ວນໃຊ້ເປັນຢາ:  ໃຊ້ເປືອກຮາກດີກ່ວາເປືອກລຳ, ແກ່ນ ອົບແຫ້ງຫຼືຕາກແຫ້ງ.

ສ່ວນປະກອບເຄມີສາດ:  flavonoside, alcaloid.

ຄຸນປະໂຫຍດ

- ເປືອກໃຊ້ເປັນຢາປົວກາຍຜິດທາດ, ເປັນຕຸ່ມມຸ່ນມ່ານ, ປົວຖອກທ້ອງ, ທ້ອງບິດ.

- ເປືອກຕົ້ນອຶ່ງກາແຊ່ເຫຼົ້າເດັດ ໄວ້ທາບ່ອນເປັນຕຸ່ມມຸ່ນມ່ານ.

- ແກ່ນໝາກອຶ່ງກາເປັນຢາປົວໄອຊຳເຮື້ອຫຼາຍວັນບໍ່ຫາຍ, ອັກເສບຫຼອດລົມ, ບຳລຸງປອດ, ປົວເຈັບກະເພາະອາຫານ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 8-16g ໃຊ້ໃນຮູບປະພັນຢາຕົ້ມ, ດົດເປັນຝຸ່ນ, ປົກກະຕິຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

 

ຕົ້ນໝາກ

 (Cây cau)

Semen Arecae

ປ່ຽນເປັນພາສາຫວຽດ

ຊື່ອື່ນ: ຕົ້ນໝາກຄ້ຽວ.

ຊື້ວິທະຍາສາດ: Areca catechu L.

ສະກຸນ: ຕົ້ນໝາກ (Arecaceae).

+ ເປັນຕົ້ນໄມ້ທີ່ປູກຢູ່ຫຼາຍທ້ອງຖິ່ນໃນປະເທດເຮົາແລະປະເທດອຶ່ນ.

ພາກສ່ວນໃຊ້ເປັນຢາ:  ແກ່ນແກ່ທີ່ຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ:  ທາດນ້ຳມັນຕຸ້ຍ (10%), alcaloid (3%).

ຄຸນປະໂຫຍດ: ຂ້າພະຍາດແມ່ທ້ອງ, ຊ່ວຍລະລາຍອາຫານ, ປົວອັກເສບລຳໄສ້, ຖອກທ້ອງ, ບວມໃຄ່, ໄຂ້ຍຸງ, ເຈັບຕີນມືບວມໃຄ່.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 4-6g ດ້ວຍຮູບປະພັນຢາຕົ້ມ, ຢາຝຸ່ນ, ປົກກະຕິຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

! ເອົາໃຈໃສ່:  ເປືອກໝາກແກ່ (Pericarpium Arecae) ຍັງໃຊ້ເປັນຢາຍ່ຽວສະດວກ, ຕົນໂຕບວມໃຄ່, ທ້ອງອືດ.

 

ຕົ້ນຕີນເປັດ

 (Cây sữa)

Cortex Alstoniae

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ: Alstonia scholaris (L.) R. Br.

ສະກຸນ: ກາລະບູນ (Apocynaceae).

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດແລະປະຊາຊົນລາວເຮົາເຄີຍປູກໄວ້ຕາມບ້ານ.

ພາກສ່ວນໃຊ້ເປັນຢາ: ເປືອກລຳຕາກຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ: alcaloid.

ຄຸນປະໂຫຍດ:  ເປັນຢາບຳລຸງເລືອດ, ບັນເທົາອາການເຈັບແຂ້, ປົວພະຍາດຂີ້ຂະຍື, ອັກເສບຫຼອດລົມ, ປົວໄຂ້ຮ້ອນ, ດັດສະເໝີຮອບປະຈຳເດືອນ, ປົວຖອກທ້ອງ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 1-3g ດ້ວຍຮູບປະພັນຢາຝຸ່ນ, ສຳລັບເປືອກທີ່ຕາກແຫ້ງໃຊ້ໃນຮູບປະພັນຢາຕົ້ມຫຼືກາວແຫຼວ.ອາດຈະໃຊ້ເປືອກລຳຂອງຕົ້ນຕີນເປັດໃນຮູບແບບບອງເຫຼົ້າ.

 

ຕົ້ນໂປ໋ຍສ່ຽນ

 (Trúc đào)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Nerium oleander L.

ສະກຸນ: ຕົ້ນດອກຄຳ (Apocynaceae).

+ ເປັນພືດທີ່ປະຊາຊົນລາວເຮົາປູກໄວ້ຕາມເຮືອນເພາະມັນເປັນດອກໄມ້ປະດັບທີ່ມີດອກດົກສວຍງາມຕະຫຼອດປີ.

ພາກສ່ວນໃຊ້ເປັນຢາ: ໃບ, ດອກ, ໝາກ, ເມັດ.

ສ່ວນປະກອບເຄມີສາດ: ບັນຈຸທາດເຊີດຊູຫົວໃຈ ໃນນັ້ນຕົ້ນຕໍບັນຈຸທາດ neriolin.

ຄຸນປະໂຫຍດ,ວິທີໃຊ້ແລະປະລິມານໃຊ້:

- ໃບ: ໃຊ້ຕົ້ມດຶ່ມເປັນຢາບັນເທົາອາການຊໍ້າບວມ, ແກ້ໄຂ້ມາເລເລຍ.

- ດອກ: ມີລົດຂົມ ເປັນຢາແກ້ອັກເສບ, ບັນເທົາອາການເຈັບຫົວ.

- ໝາກ: ເປັນຢາຂັບປັດສາວະ, ເປັນຢາບຳລຸງຫົວໃຈ.

- ເມັດ: ໃຊ້ເບື່ອໜູ.

- ຊາວຫວຽດນາມໃຊ້ຕົ້ນຕໍແມ່ນເພື່ອສະກັດເອົາທາດ neriolin ເພື່ອເຮັດເປັນຢາເຊີດຊູຫົວໃຈ ມີຫຼາຍຮູບແບບຢາເຊັ່ນວ່າ:

 + ເຫຼົ້າຢາ neriolin 1/5000 ດຶ່ມມື້ໜຶ່ງ 2-4 ເທື່ອ, ແຕ່ລະເທື່ອປະມານ 10 ຢອດ.

 + ຢາເມັດ neriolin 0,1 ແລະ 0,2mg ມື້ໜຶ່ງກິນ 3 ເທື່ອ, ເທື່ອໜຶ່ງກິນ 1 ເມັດ.

 + ກາວແຫຼວ ມື້ໜຶ່ງດຶ່ມປະມານ 0,01-0,5g.

 + ຝຸ່ນໃບ ມື້ໜຶ່ງດຶ່ມປະມານ 0,05-0,5g.

! ເອົາໃຈໃສ່: ຢາທີ່ເຮັດຈາກຕົ້ນດອກຄຳເປັນຢາອັນຕະລາຍ ສະນັ້ນຄວນໃຊ້ຕາມຄຳແນະນຳຂອງແພດໝໍ.

 

 

ຕົ້ນພິນເສນ

 (Hoắc hương)

Folium Pogostemi

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Pogostemon cablin (Blanco) Berrth.

ສະກຸນ: ສາລະນັດ (Lamiaceae).

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ໃບຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ: ນໍ້າມັນຫອມລະເຫີຍ (ໜ້ອຍສຸດ 1,2%).

ຄຸນປະໂຫຍດ: ເປັນຢາເຢັນ, ຖອນພິດຮ້ອນ, ເຮັດໃຫ້ຄວາມຮ້ອນໃນຮ່າງກາຍຫຼຸດລົງ, ເປັນຢາແກ້ປວດຫົວ, ປວດເມື່ອຍຕາມຕົນໂຕ, ປົວເຈັບທ້ອງທຽວ,ເປັນຢາຊຸກຍູ້ຊ່ວຍຍ່ອຍລະລາຍອາຫານ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 6-12g ໃຊ້ໃນຮູບແບບຊົງຊາຫຼືແບບຝຸ່ນ.

 

ຕົ້ນດອກຄໍາ

(Thông thiên)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ຕົ້ນຄ່າງຄໍາ, ຕົ້ນກະບອກ.

ຊື່ວິທະຍາສາດ: Thevetia peruviana (Pers.) K. Schum. = Thevetia neriifolia Juss.

ສະກຸນ: ດອກຄໍາ (Apocynaceae).

+ ເປັນຕົ້ນໄມ້ທີ່ປະຊາຊົນລາວເຮົາປູກໄວ້ຕາມເຮືອນເພາະມັນເປັນດອກໄມ້ປະດັບເອ້.

ພາກສ່ວນໃຊ້ເປັນຢາ: ເມັດ (Semen Thevetiae).

ສ່ວນປະກອບເຄມີສາດ: ປະກອບດ້ວຍທາດເຊີດຊູຫົວໃຈ, ນໍ້າມັນຕຸ້ຍ.

ຄຸນປະໂຫຍດ: ສະກັດເອົາທາດ thevetin ເຮັດເປັນຢາເຊີດຊູຫົວໃຈ.

ວິທີໃຊ້ແລະປະລິມານໃຊ້: ຫວຽດນາມມີຮູບແບບ : ເຫຼົ້າຢາ thevetin 1/1000 ດຶ່ມ, ຮູບແບບນໍ້າຢາ 1/100 ຢາສັກ.

! ເອົາໃຈໃສ່: ເປັນຢາອັນຕະລາຍສະນັ້ນຄວນໃຊ້ຕາມຄໍາແນະນໍາຂອງແພດໝໍ.

ຕົ້ນໜູທ້ອງຂາວ

(Kim tiền thảo)

Herba Desmodii

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ຜີເສື້ອນໍ້າ.

ຊື່ວິທະຍາສາດ: Desmodium styracifolium Merr.

ສະກຸນ: ໝາກຖົ່ວ (Fabaceae).

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ພາກສ່ວນຢູ່ເທິງໜ້າດິນຕາກແຫ້ງ.

ສ່ວນປະກອບເຄມີສາດ: saponin, flavonoside.

ຄຸນປະໂຫຍດ: ປົວນິ້ວໄຂ່ຫຼັງ, ນິ້ວຖົງບີ, ນິ້ວພົກຍ່ຽວ, ປົວໂລກນໍ້າຄາເນື້ອ, ປົວຍ່ຽວຢອດ, ຍ່ຽວຍັດ, ປົວຕຸ່ມຝີ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 10-30g ດ້ວຍຮູບປະພັນຢາຕົ້ມ.

 

ຕົ້ນສົມນົກແອ່ນ

(Thổ nhân sâm)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Talinum patens L. = Talinum paniculatum (Jacq.)Gaertn.

ສະກຸນ: Portulacaceae

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ຮາກອົບແຫ້ງຫຼືຕາກແຫ້ງ.

ສ່ວນປະກອບເຄມີສາດ: ທາດເມືອກ, ບັນດາທາດ glycosid, stigmasterol.

ຄຸນປະໂຫຍດ:

- ຕົ້ນສົມນົກແອ່ນໃຊ້ເປັນຢາບໍາລຸງຮ່າງກາຍ (ຮ່າງກາຍຊຸດໂຊມ, ຮ່າງກາຍຫາກໍ່ຟື້ນຟູຈາກການເປັນໄຂ້), ເປັນຢາຖ່າຍເບົາສະດວກ, ປົວປະຈຳເດືອນຂອງຜູ້ຍິງມາບໍ່ປົກກະຕິ.

- ປົວໄອ, ປົວໄຂ້ຮ້ອນ, ເຫື່ອອອກຫຼາຍ.

- ປົວພະຍາດຖອກທ້ອງໃຫ້ເດັກນ້ອຍ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 6-12g ດ້ວຍຮູບແບບຢາຕົ້ມ, ປົກກະຕິຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

 

ຕົ້ນພິລາ

 (Lựu)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:   Punica granatum L.

ສະກຸນ: ຕົ້ນພິລາ (Punicaceae).

+ ເປັນພືດທີ່ປະຊາຊົນລາວເຮົາປູກເພື່ອກິນໝາກ.

ພາກສ່ວນໃຊ້ເປັນຢາ: ເປືອກຮາກ, ເປືອກລຳ, ເປືອກໝາກ, ເປືອກງ່າ.

ສ່ວນປະກອບເຄມີສາດ: tanin, alcaloid, ທາດສີ.

ຄຸນປະໂຫຍດ,ວິທີໃຊ້ແລະປະລິມານໃຊ້:

- ເປືອກຮາກ, ເປືອກລຳ, ເປືອກງ່າ: ເປັນຢາຂ້າແມ່ທ້ອງ.

- ເປືອກຮາກໃຊ້ໃນຮູບປະພັນຢາຕົ້ມ, ມື້ໜຶ່ງໃຊ້ປະມານ 20-60g, ປົກກະຕິຈະໃຊ້ເປືອກຮາກດິບເພາະດິບມີ alcaloid ຫຼາຍກ່ວາ.

- ເປືອກໝາກ: ເປັນຢາປົວທຽວທ້ອງ, ອະຫິວາ, ປົວພະຍາດແມ່ຍິງທີ່ເປັນປະຈຳເດືອນຫຼາຍໂພດ, ນ້ຳຕົ້ມເປືອກໝາກອົມເປັນຢາປົວອັກເສບອະມິດານ, ມື້ໜຶ່ງໃຊ້ປະມານ 10-15g.

! ເອົາໃຈໃສ່: ຫ້າມໃຊ້ເປືອກຮາກໃຫ້ແມ່ຍິງຖືພາແລະເດັກນ້ອຍ.

 

ຕົ້ນໄຜ່

(Thiên trúc hoàng)

Concretio Silicea Bambusae

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ກໍໄຜ່.

ຊື່ວິທະຍາສາດ: Bambusa sp.

ສະກຸນ: ເຂົ້າ (Poaceae).

+ ຕົ້ນໄຜ່ເປັນໄມ້ຍືນຕົ້ນ, ລໍາຕົ້ນຂອງໄຜ່ຊື່ຕົງແລະແຕກໜໍ່ເປັນກໍ, ມີຫຼາຍພັນໄຜ່ດ້ວຍກັນນັບພັນລະນາບໍ່ຖ້ວນ.

ພາກສ່ວນໃຊ້ເປັນຢາ: ໃບ, ຮາກໄຜ່, ຍອດໄຜ່.

ສ່ວນປະກອບເຄມີສາດ: ທາດເກືອ silic.

ຄຸນປະໂຫຍດ:

- ໃບ ເອົາມາປຸງແຕ່ງເປັນຢາຂັບຖ່າຍລະດູ, ຍອດໃບອ່ອນເປັນຢາຂັບປັດສາວະ, ໂດຍສະເພາະຕົ້ນໄຜ່ພັນກໍ (ເປັນຊະນິດໄຜ່ເຕ້ຍຝອຍໆເປັນຢາດີຂະໜານເອກ).

- ຮາກໄຜ່ ແກ້ໝາກໄຂ່ຫຼັງພິການ, ຂັບປັດສາວະ, ໄລ່ນິ້ວ, ແກ້ໂລກໜອງໃນ.

! ເອົາໃຈໃສ່: ຢ່າກິນໜໍ່ໄມ້ຫຼາຍເກີນໄປເພາະຈະພາໃຫ້ເກີດໂລກບວມ.

 

 

ຕົ້ນໝາກເດືອຍຫີນ

(Ýdĩ)

 Semen Coicis

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Coix lachryma-jobi L.

ສະກຸນ: ເຂົ້າ (Poaceae).

+ ເປັນພືດປະເພດຕົ້ນຫ້ຍາແລະເກີດເອງຕາມທຳມະຊາດ ມີຢູ່ທຸກໆທ້ອງຖິ່ນໃນປະເທດເຮົາ, ສ່ວນຫຼາຍມັນມັກເກີດຢູ່ຕາມປ່າຫີນ, ມີຫຼາຍຢູ່ໃນປະເທດເຮົາແລະໃນປະເທດອຶ່ນ.

ພາກສ່ວນໃຊ້ເປັນຢາ: ເມັດ, ຮາກ.

ສ່ວນປະກອບເຄມີສາດ: carbodydrad (65%), ທາດຕຸ້ຍ, protid (13,7%), ທາດຕ້ານມະເຮັງ (coixenolid).

ຄຸນປະໂຫຍດ,ວິທີໃຊ້ແລະປະລິມານໃຊ້:

- ເມັດ : ເປັນຢາບຳລຸງຮ່າງກາຍ, ປົວຂໍ້ອັກເສບ, ຂັບປັດສາວະ, ປົວນິ້ວໄຂ່ຫຼັງ, ແກ້ໂລກຍ່ຽວຍັດພ້ອມ, ແກ້ໂລກປອດອັກເສບ, ກະເພາະອັກເສບ, ປົວທ້ອງຖອກຊຳເຮື້ອ.

 => ມື້ໜຶ່ງໃຊ້ປະມານ 10-30g ໃຊ້ດ່ຽວຫຼືສົມທົບກັບຕົ້ນໄມ້ເປັນຢາຊະນິດອຶ່ນ.

- ຮາກເດືອຍ : ແກ້ຂັບພະຍາດໃຫ້ເດັກນ້ອຍ, ໃຊ້ໃນຮູບປະພັນຢາຕົ້ມຫຼືແຊ່ນ້ຳເຢັນ.

! ເອົາໃຈໃສ່: ປະຊາຊົນລາວເຮົາຍັງໃຊ້ເມັດເດືອຍຫີນເຂົ້າໃນເຄື່ອງປະດັບເອ້ເຊັ່ນວ່າ: ສ້ອຍຄໍ, ສາຍເເຂນ

 

ເຕີຍປ່າ

 (Dứa dại)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ເຕີຍໜາມ.

ຊື່ວິທະຍາສາດ: Pandanus tectorius Sol.

ສະກຸນ: ເຕີຍ (Pandanaceae).

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ໃບອ່ອນ, ຮາກ, ໝາກ.

ສ່ວນປະກອບເຄມີສາດ: ບັນດາອາຊິດ ອົງຄະທາດ.

ຄຸນປະໂຫຍດ:

- ຮາກ : ເປັນຢາຂັບຖ່າຍປັດສາວະ, ປົວຈອດກະດູກຫັກ, ປົວຍ່ຽວແດງ, ຍ່ຽວຍັດ.

- ໃບອ່ອນ: ປົວນິ້ວໝາກໄຂ່ຫຼັງ, ປົວຍ່ຽວຍາກ, ຍ່ຽວອອກເລືອດ, ປົວເດັກນ້ອຍເປັນລົມບ້າໝູ.

- ໝາກອອ່ນທີ່ຕາກແຫ້ງ ເປັນຢາບັນເທົາໂລກເບົາຫວານ, ປົວຄວາມດັນເລືອດສູງ.                     

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 6-16g ດ້ວຍຮູບປະພັນຢາຕົ້ມ ປົກກະຕິຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

 

ຕົ້ນເຍົາ

(Thầu dầu)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Ricinus communis L.

ສະກຸນ: ຕົ້ນເຍົາ (Euphorbiaceae).

+ ຕົ້ນເຍົາເປັນຕົ້ນໄມ້ເກີດເອງຕາມທຳມະຊາດ, ປູກຢູ່ຫຼາຍທ້ອງຖິ່ນໃນປະເທດເຮົາ ແລະໃນປະເທດອຶ່ນ.

ພາກສ່ວນໃຊ້ເປັນຢາ: ເມັດ.(Semen Ricini)

ສ່ວນປະກອບເຄມີສາດ: ທາດໄຂມັນ (50%), protein (26%).

ຄຸນປະໂຫຍດ,ວິທີໃຊ້ແລະປະລິມານໃຊ້:

- ເມັດນຳມາປັ້ນເອົານໍ້າມັນ, ນໍ້າມັນເຍົາເປັນຢາລະບາຍ, ລ້າງທ້ອງ. ມື້ໜຶ່ງໃຊ້ປະມານ 2-10g ເປັນຢາລະບາຍ, 10-30g ເປັນຢາລ້າງທ້ອງ.

- Acid undecilenic ທີ່ເອົາມາຈາກຕົ້ນເຍົາເປັນຢາຂ້າເຊື້ອໂລກຕາມຜິວໜັງ.

- ເມັດຕົ້ນເຍົາເອົາມາຕໍາໃຫ້ມຸ່ນເຮັດເປັນກາວເປັນຢາປົວອັກເສບເຕົ້ານົມ.

 

ຕົ້ນເຕົ່າຂຽດ

 (Thiên niên kiện)

Rhizoma Homalomenae

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Homalomena aromatica Schott.

ສະກຸນ: ບອນ (Araceae).

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ, ມັນມັກເກີດຢູ່ຕາມບ່ອນປຽກຊຸ່ມ.

ພາກສ່ວນໃຊ້ເປັນຢາ: ຮາກເຫົ້ງາອົບແຫ້ງຫຼືຕາກແຫ້ງ.

ສ່ວນປະກອບເຄມີສາດ: ນໍ້າມັນຫອມລະເຫີຍ (0,8-1%), ໃນນັ້ນຕົ້ນຕໍແມ່ນທາດ linalol, terpineol.

ຄຸນປະໂຫຍດ:

- ປົວຂໍ້ຕໍ່ອັກເສບ, ຊຸກຍູ້ຊ່ວຍລະລາຍອາຫານ, ບັນເທົາອາການເຈັບທ້ອງປະຈຳເດືອນ, ປົວຕຸ່ມຄັນຄາຍ, ປົວໂລກຕາມຜິວໜັງ.

- ເປັນວັດຖຸດິບສະກັດເອົານໍ້າມັນຫອມລະເຫີຍເຮັດເປັນທາດຫອມ ແລະປຸງແຕ່ງ linalol.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 5-10g ໃນຮູບແບບຢານໍ້າຕົ້ມຫຼືເຫຼົ້າບອງຢາ, ປົກກະຕິຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

 

ຕົ້ນໄມ້ແຫ້ມ

(Vàng đắng)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ຕົ້ນໄມ້ແຫ້ມ.

ຊື່ວິທະຍາສາດ: Coscinium usitatum Pierre. = Coscinium fenestratum (Gacrtn.) Colebr.

ສະກຸນ: Menispermaceae

+ ເປັນຕົ້ນໄມ້ທີ່ເກີດເອງຕາມທໍາມະຊາດ, ມີລໍາຕົ້ນເປັນສີເຫຼືອງ.

ພາກສ່ວນໃຊ້ເປັນຢາ: ລໍາແລະຮາກ (Caulis et Radix Coscinii).

ສ່ວນປະກອບເຄມີສາດ: alcaloid ໃນນັ້ນຕົ້ນຕໍບັນຈຸທາດ berberin.

ຄຸນປະໂຫຍດ:

- ເປັນຢາລົດໄຂ້ຮ້ອນ, ປົວໄຂ້ຍຸງ, ແກ້ປວດທ້ອງບິດ.

- ສະກັດເອົາທາດ berberin ເຮັດເປັນຢາແກ້ປວດທ້ອງບິດ, ບັນເທົາອາການເຈັບຕາ.

ວິທີໃຊ້ແລະປະລິມານໃຊ້:  ມື້ໜຶ່ງໃຊ້ປະມານ 4-6g ໃນຮູບປະພັນຢານໍ້າຕົ້ມ.

 

ໂຕຂີ້ເຂັບ

(Con rết)

 Scolopendra

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Scolopendra morsitans L.

ສະກຸນ: Scolopendridae

ພາກສ່ວນໃຊ້ເປັນຢາ: ທັງໝົດໂຕ.

ສ່ວນປະກອບເຄມີສາດ: protein, ທາດໄຂມັນ.

ຄຸນປະໂຫຍດ: ແກ້ເຈັບປວດຕາມປາຍເລັບມື, ບັນເທົາເຈັບປວດຕຸ່ມຝີ, ປົວອັກເສບລໍາໄສ້, ປົວປະສາດຊຸດໂຊມ, ປົວປາກບິດບຽ້ວ, ປົວຕີນມືງໍງົດ, ອໍາມະພາດ ແລະປົວອັກເສບໜ່ວຍອັນທະ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງດຶ່ມປະມານ 1-2g ໃນຮູບແບບເຫຼົ້າບອງຢາ, ບອງຂີ້ເຂັບໃສ່ນໍ້າມັນງາທາໃສ່ຕຸ່ມຝີເພື່ອບັນເທົາອາການເຈັບປວດ.

! ເອົາໃຈໃສ່: ແມ່ຍິງຖືພາຫ້າມໃຊ້.

 

ໂຕຕັກແກ

(Tắc kè)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ໂຕກັກເກ.

ຊື່ວິທະຍາສາດ: Gekko gekko L.

ສະກຸນ: ຕັກແກ (Gekkonidae).

ພາກສ່ວນໃຊ້ເປັນຢາ: ໝົດໂຕແຕ່ຜ່າທາງໃນຖິ້ມ.

ສ່ວນປະກອບເຄມີສາດ: amino acid, ທາດໄຂມັນ (13-15%).

ຄຸນປະໂຫຍດ: ເປັນຢາບໍາລຸງກໍາລັງ, ຜູ້ເຖົ້າປວດຫຼັງປວດແອວ, ປົວອາການຫອບຫືດ.

ວິທີໃຊ້ແລະປະລິມານໃຊ້: ໃຊ້ໃນຮູບແບບຢາຝຸ່ນມື້ໜຶ່ງປະມານ 3-6g, ໃນຮູບແບບເຫຼົ້າບອງຢາມື້ໜຶ່ງປະມານ 10-15ml.

 

 

 

ກັບຄືນໜ້າທໍາອິດ

(Trở về đầu trang)

ຖົ່ວດໍາ

 (Đạm đậu sị)

Semen Vignae

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Vigna cylindryca (L.).

ສະກຸນ: ໝາກຖົ່ວ (Fabaceae).

ພາກສ່ວນໃຊ້ເປັນຢາ: ເມັດແກ່ຂອງຖົ່ວຝັກຍາວຊະນິດເມັດສີດໍາເອົາມາຕາກແຫ້ງ.

ສ່ວນປະກອບເຄມີສາດ: protein, lipid, glucid,vitamin…

ຄຸນປະໂຫຍດ: ປົວໄຂ້ຫວັດທຸກຊະນິດ, ປົວໄຂ້ທໍລະພິດ, ໄຂ້ໄທຟອຍ (ເປັນຍ້ອນນໍ້າແລະອາຫານມີເຊື້ອໂລກ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 12-24g ດ້ວຍຮູບປະພັນຢານໍ້າຕົ້ມຫຼືຝຸ່ນ.

 

 

ກັບຄືນໜ້າທໍາອິດ

(Trở về đầu trang)


ທອງພັນຊັ່ງ

 (Bạch hạc)

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ: Rhinacanthus communis Nees.

ສະກຸນ: Acanthaceae

+ ທອງພັນຊັ່ງເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ຮາກ, ໃບ.

ສ່ວນປະກອບເຄມີສາດ: Anthranoid (rhinacanthin).

ຄຸນປະໂຫຍດ:

- ເປັນຢາປົວຄວາມດັນເລືອດສູງ, ປະດົງຂໍ້, ອຳມະພາດ.

- ປົວຂີ້ກາກ: ແຊ່ຮາກໃສ່ໃນນ້ຳມັນກາດແລ້ວທາໃສ່ບ່ອນແຜຂີ້ກາກ.

- ຊາວຫວຽດນາມຍັງໃຊ້ຮາກເຮັດເປັນເຫຼົ້າບອງຢາ, ເຮັດເປັນນ້ຳສົ້ມດຶ່ມ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 10-15g ດ້ວຍຮູບປະພັນຢາຕົ້ມ, ໃຊ້ດ່ຽວຫຼືຈະສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

 

ທອງບ້ານ

(Vông nem)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ທອງຫາງລອຍ, ທອງຫາງດ່າງ.

ຊື່ວິທະຍາສາດ: Erythrina variegata L.

ສະກຸນ: ໝາກຖົ່ວ (Fabaceae).

+ ເປັນພືດທີ່ເກີດເອງຕາມທຳມະຊາດແລະເປັນດອກໄມ້ປະດັບ.

ພາກສ່ວນໃຊ້ເປັນຢາ:

- ໃບ (Folium Erithrina variegatae).

- ເປືອກລໍາ (Cortex Erithrina variegatae).

ສ່ວນປະກອບເຄມີສາດ: Alcaloid, tanin, flavonoside.

ຄຸນປະໂຫຍດ: ເປັນຢາລະຫງັບປະສາດ, ຢາກ່ອມນອນຫຼັບ, ປົວອັກເສບລຳໄສ້, ແກ້ຖອກທ້ອງ, ທຽວທ້ອງ, ປົວໂລກປວດໃນຂໍ້, ນອກຈາກນັ້ນຍັງໃຊ້ປົວອັກເສບແຜຕາມຜິວໜັງ (ຕົ້ມຂ້ຽວລ້າງແຜ).

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 4-6g ໃບແຫ້ງ, 8-12g ເປືອກລຳ ໃຊ້ໃນຮູບແບບຢານໍ້າຕົ້ມ, ກາວແຫຼວ ຫຼືໃນຮູບແບບຢາລູກກົມ.

 

ກັບຄືນໜ້າທໍາອິດ

(Trở về đầu trang)


 

ນໍ້າເຜິ້ງ 

(Mật ong)

Mel

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Apis cerana Fabricius

ສະກຸນ: ເຜິ້ງ (Apidae).

ພາກສ່ວນໃຊ້ເປັນຢາ:  ບີທີ່ເອົາມາຈາກຮັງໂຕເຜິ້ງ.

ສ່ວນປະກອບເຄມີສາດ:  ທາດນ້ຳຕານສົດ, ເກືອອະນົງຄະທາດ, ອາຊິດອົງຄະທາດ, ເຊື້ອເຫຼົ້າ.

ຄຸນປະໂຫຍດ: ເປັນຢາບຳລຸງຮ່າງກາຍ, ຫຼຸດຜ່ອນອາຊິດຢູ່ໃນກະເພາະອາຫານ, ປົວອາການເຈັບກະເພາະ, ເປັນສານປະສົມໃນການປຸງແຕ່ງຢາທາ, ຢາຫນວດ, ຢາຍັດ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 10-15g ໃຊ້ໂດດດ່ຽວ ຫຼື ຈະສົມທົບກັບບັນດາຢາຊະນິດອຶ່ນ.

 

 

 

ກັບຄືນໜ້າທໍາອິດ

(Trở về đầu trang)


ບັງຊັນ

 (Khiên ngưu t)

Semen Ipomoeae, Semen Pharbitidix

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Ipomoea hederacea Jacq. = Pharbitis nil (L.) Choisy = Pharbitis purpurea (L.) Voigt.

ສະກຸນ: Convolvulaceae

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ເມັດຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ: phacbitin 2%, ທາດສີ, ທາດຕຸ້ຍ, ທາດຢາງ.

ຄຸນປະໂຫຍດ: ເປັນຢາຂັບປັດສາວະ, ປົວໂລກນໍ້າຄາເນື້ອ, ປົວພະຍາດຂີ້ຂະຍື ແລະເປັນຢາຂ້າແມ່ທ້ອງ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 1-8g ດ້ວຍຮູບປະພັນຢາຕົ້ມ, ຢາເມັດ ຫຼືຢາຝຸ່ນ.

! ເອົາໃຈໃສ່: ຫ້າມໃຊ້ກັບແມ່ຍິງຖືພາ.

 

ບີໝີ

(Mật gấu)

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ: Ursus spp

ສະກຸນ: Ursidae

ສ່ວນປະກອບເຄມີສາດ:  Acid ursodesoxycholic, ທາດໂລຫະເກືອຂອງ acid cholic, cholesterol, ນ້ຳບີ...

ຄຸນປະໂຫຍດ: ໃຊ້ເປັນຍາຄັ້ນ(ນວດ)ປົວອາການອັກເສບ, ປວດເມື່ອຍ, ເລືອດຄັ່ງຈາກການຕົກ ຫຼື ບາດເຈັບ. ປົວໂຣກກະເພາະລຳໄສ້ອັກເສບ, ບີ ແລະ ມ້າມເສື່ອມສະມັດຖະພາບ, ຫນິ້ວບີ, ປະດົງຂໍ່... ນອກນີ້ບີໝີຍັງໃຊ້ຮ່ວມກັບການຮັກສາອື່ນໆໃນການຮັກສາມະເຮັງບາງຈຳພວກ.

ທີໃຊ້ແລະປະລິມານໃຊ້: ບີໝີລະລາຍໃນເຫລົ້າ, ໃຊ້ດື່ມ ແລະ ນວດຄັ້ນບໍລິເວນທີ່ປວດໃຄ່. ແຕ່ລະມື້ໃຊ້ 0,3g ບີໝີ ລະລາຍໃນເຫລົ້າ ຫຼື ນ້ຳຮ້ອນ.

 

ບອນບ້ຽວ

 (Bán hạ)

Rhizoma Typhonii trilobati

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Typhonium trilobatum (L.) Schott.

ສະກຸນ: ບອນ  (Araceae).

+ ບອນບ້ຽວເກີດເອງຕາມທຳມະຊາດມີຢູ່ທົ່ວທຸກຫົນເເຫ່ງໃນທຸກໆທ້ອງຖິ່ນຂອງປະເທດເຮົາ ເເລະ ປະເທດອຶ່ນ, ມັນມັກບ່ອນດິນຊຸ່ມ.

ພາກສ່ວນໃຊ້ເປັນຢາ: ລຳຮາກຕາກຫຼືອົບເເຫ້ງ.

ສ່ວນປະກອບເຄມີສາດ:  saponoside, alcaloid, ທາດເເປ້ງ.

ຄຸນປະໂຫຍດ: ໃຊ້ເປັນຢາຫ້າມຮາກທົ່ວໄປ ເເລະ ຫ້າມຮາກເບື່ອຄັນ (ເວລາຖືພາ), ເປັນຢາປົວໄອໂຂະຂີ້ກະເທິ, ປົວອາການປວດຫົວ ເເລະ ເຈັບກະເພາະອາຫານຊຳເຮື້ອ.

ວິທີໃຊ້, ປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 6-12g ໃນຮູບປະພັນຢາຕົ້ມ ຫຼື ຝຸ່ນ. ກ່ອນທີ່ຈະໃຊ້ຕ້ອງປຸງໃຫ້ລະອຽດ ປຸງຈົນເກືອບຫມົດລົດຄັນເສຍກ່ອນ. ມີຫຼາຍວິທີປຸງເເຕ່ງເເຕກຕ່າງກັນ, ສ່ວນປະກອບທີ່ໃຊ້ເຂົ້າໃນການປຸງຕຳລາຢາ: ຂິງ, ນ້ຳເຂົ້າຫມ່າ, ນ້ຳປູນໃສ, ສະເອັມ.

! ເອົາໃຈໃສ່:  ການໃຊ້ໃຫ້ເເມ່ຍິງຖືພາຄວນລະມັດລະວັງ.


ບົວຫຼວງ

(Sen)

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Nelumbium speciosum Wild. = Nelumbo nucifera Gaertn.

ສະກຸນ: ບົວຫຼວງ (Nelumbonaceae).

+ ເປັນພືດທີ່ເກີດຢູ່ຕາມຫນອງນ້ຳ.

ພາກສ່ວນໃຊ້ເປັນຢາ:  ທັງໝົດຕົ້ນ.

ສ່ວນປະກອບເຄມີສາດ:  Alcaloid, flavonoside, acid amin, tanin, protein, ທາດໄຂມັນ, ທາດນ້ຳຕານ, ທາດແປ້ງ, ທາດ Ca, ບັນດາ ວິຕາມິນ C, B1, B2, P, Fe.

ຄຸນປະໂຫຍດ:

- ໃຊ້ເຂົ້າໃນເຄື່ອງເທດເສີມອາຫານ.

- ເປັນຢາບຳລຸງກຳລັງ, ຊ່ວຍຈະເລີນອາຫານ, ແກ້ຮ້ອນໃນ, ແກ້ໄຂ້, ແກ້ໄອ, ແກ້ກະຫາຍນ້ຳ.

- ຊ່ວຍຂະຫຍາຍຫຼອດເລືອດທີ່ໄປລ້ຽງຫົວໃຈ, ບຳລຸງຫົວໃຈ, ເເກ້ລົມແລະລົດຄວາມດັນເລືອດ.

ວິທີໃຊ້ແລະປະລິມານໃຊ້: 

- ໃບບົວໃຊ້ເປັນຢາຫ້າມເລືອດ, ມື້ໜຶ່ງໃຊ້ປະມານ 15-30g ດ້ວຍຮູບປະພັນຢາຕົ້ມ.

- ເມັດບົວໃຊ້ເປັນຢາບຳລຸງກຳລັງ, ຮ່າງກາຍອ່ອນເພຍ, ຊ່ວຍຈະເລີນອາຫານ, ມື້ໜຶ່ງໃຊ້ປະມານ 10-20g ດ້ວຍຮູບປະພັນຢາຕົ້ມ, ຢາເມັດ.

- ບີບົວໃຊ້ເຮັດເປັນຢານອນຫຼັບ, ລະຫັງບປະສາດ, ຂະຫຍາຍຫຼອດເລືອດທີ່ໄປລ້ຽງຫົວໃຈ, ບຳລຸງຫົວໃຈ, ມື້ໜຶ່ງໃຊ້ປະມານ 4-10g ດ້ວຍຮູບປະພັນຢາຕົ້ມ.

 

ກັບຄືນໜ້າທໍາອິດ

(Trở về đầu trang)


ແປກສ້ອຍ

 (Cây chổi xể)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ກັນຖິນແດງ, ສົນນາ, ແປກຫອມ.

ຊື່ວິທະຍາສາດ: Baeckea frutescens L.

ສະກຸນ: ໝາກຫ້ວາ (Myrtaceae).

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ໃບ, ພາກສ່ວນຢູ່ເທິງໜ້າດິນ.

ສ່ວນປະກອບເຄມີສາດ: ນໍ້າມັນຫອມລະເຫີຍ (pinen, cineol, limonen).

ຄຸນປະໂຫຍດ: ປົວໂລກປວດໃນຂໍ້, ປວດກະດູກ, ແກ້ເຈັບທ້ອງ, ເປັນຢາຊຸກຍູ້ຊ່ວຍລະລາຍອາຫານ, ເປັນຢາດີສໍາລັບແມ່ຢູ່ກໍາຕົ້ມດຶ່ມຫຼັງຄອດລູກ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 6-8g ດອກ, ໃບ ໃຊ້ໃນຮູບແບບຢານໍ້າຕົ້ມ. ນໍ້າມັນຫອມລະເຫີຍໃຊ້ນວດ.

 

ປໍປ່ານ

 (Trữ ma căn)

Radix Boehmeriae

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ:  Boehmeria nivea (L.) Gaud.. = Urtica nivea L.

ສະກຸນ: ປໍ (Urticaceae).

+ ຕົ້ນປໍປ່ານເປັນຕົ້ນໄມ້ທີ່ປະຊາຊົນເຮົາປູກໄວ້ເຮັດເຊືອກໃນຫຼາຍທ້ອງຖິ່ນ.

ພາກສ່ວນໃຊ້ເປັນຢາ: ພາກສ່ວນໃຊ້ເຮັດຢາເເມ່ນຫົວ (ຮາກປ່ານ) ຕາກຫຼືອົບເເຫ້ງ, ປ່ານໃຊ້ສຳລັບຟັ້ນເຊືອກເຮັດເເຫ.

ສ່ວນປະກອບເຄມີສາດ: ທາດຝາດ, acid chlorogenic (ເນື່ອງຈາກມີການສຳພັນລະຫ່ວາງ acid cafeic ເເລະ acid quinic).

ຄຸນປະໂຫຍດ: 

- ໃຊ້ເປັນຢາລ້ອມລູກ (ໝາມຄວາມວ່າ ເວລາຖືພາເຄີຍມີເລືອດອອກ, ເຈັບທ້ອງ), ເປັນຢາປົວມົດລູກຍ່ອນ ເເລະ ຍັງໃຊ້ປົວເລືອດອອກທາງລະບົບລະລາຍອາຫານ.

- ນອກນັ້ນຍັງໃຊ້ເປັນຢາຍ່ຽວລ່ຽນ, ຍ່ຽວເລືອດອອກ, ປົວນ້ຳຍ່ຽວຂຸ້ນ, ອັກເສບມົດລູກ, ສະດວງຮູທະວານໜັກ, ເຮັດໃຫ້ຝີຫຸ້ມໝອງໄວ, ປົວພະຍາດກ່ຽວກັບໂລກອະຫິວາ.

ວິທີໃຊ້, ປະລິມານໃຊ້:

- ມື້ໜຶ່ງໃຊ້ປະມານ 12-20g ດ້ວຍຮູບປະພັນຢາຕົ້ມ, ຝຸ່ນຫຼືເມັດ, ສ່ວນຫຼາຍຈະໃຊ້ສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

- ຢາລ້ອມລູກ: ໃຊ້ໃບປ່ານດິບ 150g ຫຼື 30g ໃບເເຫ້ງຕົ້ມກັບນ້ຳ 600ml, ຂ້ຽວໃຫ້ຍັງ 200ml, ເເບ່ງເປັນ 3 ເທື່ອດຶ່ມໃນມື້ໜຶ່ງ, ໃຊ້ໃນ 1-2 ວັນກໍ່ເຫັນຜົນເເລ້ວ, ບໍ່ຄວນໃຊ້ເເກ່ຍາວ, ຖ້າໃຊ້ກັບຜູ້ຖືພາເຈັບທ້ອງເເດ່, ພະຍາດມົດລູກຍ່ອນ ອາດຈະໃຊ້ໃນ 3-4 ວັນ.

- ໃຊ້ນອກໜັງ: ຕຳມຸ່ນເເລ້ວຫົ່ມໄວ້ ຫຼືໃຊ້ນ້ຳຕົ້ມເພື່ອລ້າງແຜ.

 

 

ຜະກາກອງ

 (Bông ổi)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Lantana camara L.

ສະກຸນ: Verbenaceae

+ເປັນຕົ້ນໄມ້ທີ່ເກີດເອງຕາມທໍາມະຊາດແລະປູກຢູ່ຕາມເຮືອນ, ເປັນດອກໄມ້ປະດັບ.

ພາກສ່ວນໃຊ້ເປັນຢາ: ໃບ, ດອກ ແລະຮາກ (Folium, Flos et Radix Lantanae).

ສ່ວນປະກອບເຄມີສາດ: ນໍ້າມັນຫອມລະເຫີຍ (cameren, isocameren…), alcaloid (lantanin).

ຄຸນປະໂຫຍດ,ວິທີໃຊ້ແລະປະລິມານໃຊ້:

 - ຮາກ ເປັນຢາປົວໄຂ້, ປົວໂລກປວດໃນຂໍ້, ປວດກະດູກ, ບັນເທົາອາການເຈັບປວດໃນບາດແຜ. ມື້ໜຶ່ງໃຊ້ປະມານ 30-60g ໃຊ້ໃນຮູບແບບຢາຕົ້ມ.

- ດອກ ເປັນຢາປົວໄອ, ໄອອອກເລືອດ. ມື້ໜຶ່ງໃຊ້ປະມານ 10-12g ໃນຮູບແແບຢາຕົ້ມ.

- ໃບ ເອົາມາຕໍາມຸ່ນແລ້ວໂຜະແຜ, ແຜຂີ້ຫິດ ຫຼືຈະໃຊ້ອາຍປົວໄຂ້ຫັວດ.

- ໃຊ້ນອກໜັງປະລິມານບໍ່ຄິດໄລ່.

! ເອົາໃຈໃສ່: ຫ້າມຫຼົງກັບຕົ້ນ (Ageratum conzyoides L. ).

 

 

 

 

ກັບຄືນໜ້າທໍາອິດ

(Trở về đầu trang)


ກັບຄືນໜ້າທໍາອິດ

(Trở về đầu trang)


 

ຝາງແດງ

(Tô mộc)

Lignum Sappan

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Caesalpinia sappan L.

ສະກຸນ: ຝາງ (Caesalpiniaceae).

+ ຕົ້ນຝາງແດງເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດເເລະປູກຢູ່ເກືອບທຸກໆທ້ອງຖິ່ນໃນປະເທດເຮົາ ເພື່ອເອົາໄມ້ມາຕົ້ມເຮັດນ້ຳຍ້ອມຜ້າແລະເຮັດຢານ້ຳຝາງ.

ພາກສ່ວນໃຊ້ເປັນຢາ: ເພິ່ນເຄີຍໃຊ້ແກນໄມ້ຝາງທີ່ແກ່ເທົ່າໃດຍິ່ງດີ, ຜ່າແລ້ວຕາກໃຫ້ແຫ້ງ, ບົດເປັນຝຸ່ນແລ້ວຖອດຮີດເອົາທາດຝາດ (tanin).

ສ່ວນປະກອບເຄມີສາດ:  tanin, acid galic, sappanin, brasilin, ນ້ຳມັນລະເຫີຍ.

ຄຸນປະໂຫຍດຝາງແດງເປັນຢາທີ່ມີລົດຫວານ, ລັກສະນະທຳມະຊາດ, ບໍ່ເບື່ອ ມີປະສິດທິພາບຕໍ່ເສັ້ນປະສາດຫົວໃຈຕັບແລະໃຕ, ຟອກເລືອດ, ໄລ່ເລືອດ. ໃຊ້ປົວອາການລົງເລືອດຫຼາຍຫຼັງຈາກເກີດລູກ, ບໍ່ລົງປະຈຳເດືອນ, ຖືກທຸບຕີນວມເນົ່າ, ພວມຄົ້ນຄ້ວາຢາກ່ຽວກັບຕ້ານການຂະຫຍາຍຕົວຂອງກ້ອນເບົ້າມະເຮັງ.ນອກນັ້ນຍັງເປັນຢາປົວທ້ອງບິດ, ທ້ອງມູກເລືອດ, ເລືອດໄຫຼໃນລຳໄໃສ້, ລົງຂາວ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 6-12g ດ້ວຍຮູບປະພັນຢາຕົ້ມ, ເມັດກົມ, ຝຸ່ນ ອາດຈະໃຊ້ໂດດດ່ຽວຫຼືສົມທົບກັບບັນດາຕົ້ນໄມ້ເປັນຢາຊະນິດອຶ່ນ.

! ເອົາໃຈໃສ່:  ຫ້າມໃຊ້ໃຫ້ແມ່ຍິງພວມຖືພາ, ກຳລັງເປັນປະຈຳເດືອນ.

 

ຝອຍທອງ

(Thỏ ty tử)

Semen Curcutae

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ສາຍໄໝ, ສາຍທອງ.

ຊື່ວິທະຍາສາດ: Cuscuta sinensis Lamk.

ສະກຸນ: Convolvulaceae

+ ເປັນເຄືອສີເຫຼືອງອາໃສຢູ່ຕາມຕົ້ນໄມ້ອຶ່ນ.

ພາກສ່ວນໃຊ້ເປັນຢາ: ເມັດເອົາມາຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ: ທາດເມືອກ.

ຄຸນປະໂຫຍດ: ເປັນຢາບໍາລຸງຮ່າງກາຍ, ແກ້ເຈັບຫຼັງເຈັບແອວ, ແກ້ປວດເມື່ອຍຕາມຫົວເຂົ່າ, ບໍາລຸງກໍາລັງ, ແກ້ອາການທຽວຍ່ຽວຍາມກາງຄືນ, ປົວຝີ (ຕົ້ມນໍ້າລ້າງ).

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 6-12g ໃຊ້ໃນຮູບແບບຢານໍ້າຕົ້ມ.

 

ຝິ່ນ

(Anh túc xác)

Pericarpium Papaveris

 

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Papaver somniferum L.

ສະກຸນ: ຝິ່ນ (Papaveraceae).

+ ຝິ່ນເປັນພືດລົ້ມລຸກ, ເປັນຢາເສບຕິດຊະນິດໜຶ່ງ, ປັດຈຸບັນນີ້ໄດ້ຫ້າມປູກແລ້ວ.

ພາກສ່ວນໃຊ້ເປັນຢາ: ເປືອກຮາກກີດຢາງອອກແລ້ວຕາກແຫ້ງ.

ສ່ວນປະກອບເຄມີສາດ: ຢາງຝິ່ນ, alcaloid (morphin, codein, papaverin...), ບັນດາອາຊິດ ອົງຄະທາດ (meconic, malic, lactic…).

ຄຸນປະໂຫຍດ: ແກ້ໄອ, ແກ້ເຈັບທ້ອງ, ເຈັບເອັນ, ເຈັບກະດູກ, ເຈັບຫົວ, ແກ້ທ້ອງເດີນຢ່າງຮຸນແຮງ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 2-6g ດ້ວຍຮູບປະພັນຢານໍ້າຕົ້ມຫຼືຝຸ່ນ.

 

ກັບຄືນໜ້າທໍາອິດ

(Trở về đầu trang)


ພະຈັນເຄິ່ງ

(Bán biên liên)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ບົວເຄິ່ງຈີກ.

ຊື່ວິທະຍາສາດ: Lobelia radicans Thunb. = Lobelia chinensis Lour.

ສະກຸນ: Lobeliaceae

+ ເປັນຕົ້ນໄມ້ທີ່ເກີດເອງຕາມທໍາມະຊາດມັນມັກເກີດຢູ່ຕາມປ່າພູ.

ພາກສ່ວນໃຊ້ເປັນຢາ: ທັງໝົດຕົ້ນ (Herba Lobeliae radicantis).

ສ່ວນປະກອບເຄມີສາດ: saponin, acid amin, flavonoside.

ຄຸນປະໂຫຍດ: ປົວມະເຣັງປອດ, ແກ້ຕຸ່ມຄັນຄາຍຕາມຜິວໜັງ, ປົວໂລກນໍ້າຄາເນື້ອ, ຂັບປັດສາວະ, ແກ້ງູຂົບ, ປົວຝີ, ປົວແຜເປື່ອຍ, ແຜຂີ້ຫິດ, ຂີ້ເຮື້ອນ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 10-30g ໃຊ້ໃນຮູບແບບຢານໍ້າຕົ້ມ, ສົມທົບກັບຕົ້ນໄມ້ເປັນຢາຊະນິດອຶ່ນ. ໃຊ້ນອກໜັງຕໍາມຸ່ນແລ້ວໂຜະ ບໍ່ຄິດໄລ່ປະລິມານ.

 

ເພັດສະຄາດສີທອງ

 (Cây lá ngón)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ມະລິໄສ້ໄກ່ດອກເຫຼືອງ.

ຊື່ວິທະຍາສາດ: Gelsemium elegans Benth.

ສະກຸນ: ຕົ້ນໝາກຕຸ່ມກາ (Loganiaceae).

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ໃບ, ຮາກ.

ສ່ວນປະກອບເຄມີສາດ: alcaloid (gelsemin, gelmicin).

ຄຸນປະໂຫຍດ: ຂັບພິດຕຸ່ມຝີ, ປົວແຜຍ້ອນລົ້ມ, ແຜບວມຊໍ້າຕາມຜິວໜັງ.

ວິທີໃຊ້ແລະປະລິມານໃຊ້: ຕໍາມຸ່ນໂຜະຫຼືວ່າຈະຕົ້ມເພື່ອເອົານໍ້າມາລ້າງແຜ.

! ເອົາໃຈໃສ່: ເປັນຕົ້ນໄມ້ອັນຕະລາຍເວລາໃຊ້ຄວນລະມັດລະວັງ.

ພວງພີ່

(Bạch đồng nữ)

Herba Clerodendri

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Clerodendrum viscosum Vent.=Clerodendrum canescens Wall. (ພວງພີ່ແດງ) , Clerodendrun fragrans Vent. (ພວງພີ່ຂາວ).

ສະກຸນ: ຫ້ຍາໂຄ້ງງູ (Verbenaceae).

+ ເປັນພືດທີ່ເກີດເອງຕາມທຳມະຊາດມີຢູ່ທຸກໆທ້ອງຖິ່ນໃນປະເທດເຮົາແລະມີຫຼາຍໃນປະເທດອຶ່ນ.

ພາກສ່ວນໃຊ້ເປັນຢາ: ໃບແລະຮາກຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ:  alcaloid, flavonoside, ເກືອ calci.

ຄຸນປະໂຫຍດ: ປົວປະຈຳເດືອນມາບໍ່ປົກກະຕິ, ແຜອັກເສບໃນມົດລູກ, ປົວລົງຂາວ, ປົວຝີ, ຄວາມດັນເລືອດສູງ.

ວິທີໃຊ້ແລະປະລິມານໃຊ້:  ມື້ໜຶ່ງໃຊ້ປະມານ 15-20g ໃຊ້ໃນຮູບປະພັນຢາຕົ້ມ.


 

ພູ

(Trầu không)

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Piper betle L.

ສະກຸນ: Piperaceae

+ ເປັນພືດທີ່ເກີດເອງຕາມທຳມະຊາດມີຫຼາຍຢູ່ໃນປະເທດເຮົາແລະໃນປະເທດອຶ່ນ.

ພາກສ່ວນໃຊ້ເປັນຢາ:  ໃບ,ຮາກ.

ສ່ວນປະກອບເຄມີສາດ:  ນ້ຳມັນພູ, ທາດຢາງ, ບັນດາວິຕາມິນ.

ຄຸນປະໂຫຍດ:

- ໃບພູເປັນຢາກະຕຸ່ນນ້ຳລາຍ, ປົວບາດແຜບ່ອນໜັງບາງໆ, ປົວແຜໂປກແຜລວກ, ຕຸ່ມໜອງ, ອັກເສບກົກແຂ້ວ, ປົວຄໍ່ພິກ, ເປັນຢາຂັບເຫື່ອ, ແກ້ປວດທ້ອງ, ໃຊ້ເປັນຢາອົມບ້ວນປາກ, ແກ້ເຈັບຄໍ.

- ຮັກສາໂລກຂີ້ກາກໄດ້ດີ.

- ຮາກໃຊ້ປະສົມກັບຮາກຕົ້ນໝາກຄ້ຽວເປັນຢາປົວພະຍາດຍ່ຽວຍາກ.

ວິທີໃຊ້ແລະປະລິມານໃຊ້: 

- ມື້ໜຶ່ງໃຊ້ປະມານ 8-10g ໃຊ້ໃນຮູບປະພັນຢາຕົ້ມ.

- ໃຊ້ນອກໜັງ: ເອົາໃບດິບມາຕຳຫຼືແຊ່ໃສ່ນ້ຳເພື່ອລ້າງແຜ.

 

ເພຍຟານ

(Cúc tần)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Pluchea indica Less.

ສະກຸນ: ຫອມແກ້ວ (Asteraceae).

+ ເປັນພືດທີ່ເກີດເອງຕາມທຳມະຊາດ ມີຢູ່ທຸກໆທ້ອງຖິ່ນໃນປະເທດເຮົາແລະໃນປະເທດອຶ່ນ.

ພາກສ່ວນໃຊ້ເປັນຢາ: ຮາກ (Radix Plucheae), ໃບ, ງ່າ.

ສ່ວນປະກອບເຄມີສາດ: ນໍ້າມັນຫອມລະເຫີຍ, acid chlorogenic, protein.

ຄຸນປະໂຫຍດ: ເປັນຢາຂັບໄລ່ເຫື່ອ, ຂັບປັດສາວະ, ແກ້ປວດຫົວ, ປົວປະດົງຂໍ້, ເຈັບແອວ, ແກ້ປວດກະດູກ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 8-16g ໃຊ້ໃນຮູບຢານໍ້າຕົ້ມ.

ພິກໄທ

(Hồ tiêu)

Fructus Piperis nigri

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Piper nigrum L..

ສະກຸນ: ພິກໄທ (Piperaceae).

+ ເປັນພືດທີ່ເກີດເອງຕາມທຳມະຊາດ ແລະປູກເພື່ອໃຊ້ປະກອບສ່ວນເຂົ້າໃນເຄື່ອງເທດ, ປຸງອາຫານທີ່ໃຫ້ລົດເຜັດຮ້ອນ, ມີກິ່ນຫອມ, ແຊບ.

ພາກສ່ວນໃຊ້ເປັນຢາ: ເມັດຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ: ນໍ້າມັນຫອມລະເຫີຍ (1,2-3,5%), alcaloid (2-5%).

ຄຸນປະໂຫຍດ: ເປັນຢາຂັບລົມ, ແກ້ທ້ອງອືດ, ທ້ອງແໜ້ນ, ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກດີຂຶ້ນ, ເປັນຢາລະຫງັບອາການປວດຮາກ, ຜ່ອນຄາຍອາການບໍ່ສະບາຍຈາກອາຫານເປັນພິດ, ຍັງເປັນຢາບຳລຸງຮ່າງກາຍອີກດ້ວຍ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 2-4g ດ້ວຍຮູບປະພັນຢານໍ້າຕົ້ມ, ຢາຝຸ່ນ ຫຼືຢາເມັດ.

ກັບຄືນໜ້າທໍາອິດ

(Trở về đầu trang)



 

ມະລະ

 (Mướp đắng)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ຜັກໄຫ່, ຜັກໄຫ.

ຊື່ວິທະຍາສາດ:  Momordica charantia L.

ສະກຸນ: ໝາກຟັກ (Cucurbitaceae).

+ ເປັນພືດທີ່ເກີດເອງຕາມທຳມະຊາດ ແລະປູກເພື່ອໃຊ້ເປັນອາຫານເຊັ່ນ: ໃນອ່ອນ, ຍອດອ່ອນ, ໝາກອ່ອນ ລວກຫຼືຕົ້ມໃຫ້ສຸກກິນເປັນອາຫານ.

ພາກສ່ວນໃຊ້ເປັນຢາ: ໝາກແລະເມັດ.

ສ່ວນປະກອບເຄມີສາດ: ໝາກ: ບັນຈຸທາດ polyphenol, flavonoside, vitamin B1,C. ເມັດບັນຈຸທາດ ຕຸ້ຍ, ທາດຂົມ.

ຄຸນປະໂຫຍດ: ເປັນຢາແກ້ໄອ, ແກ້ໄຂ້. ໃຊ້ຕົ້ມອາບໃຫ້ເດັກນ້ອຍອອກຕຸ້ມໝາກສຸກໝາກໃສ. ເປັນຢາປົວໂລກເບົາຫວານ.

ວິທີໃຊ້ແລະປະລິມານໃຊ້: ໃຊ້ປະມານ 2-3 ໜ່ວຍຕົ້ມໃສ່ນໍ້າໃຫ້ເດັກນ້ອຍອາບ. ໝາກທີ່ຕາກແຫ້ງໃຊ້ໃນຮູບແບບຊົງຊາດຶ່ມ.

ແມງຄັ່ງ

(Cánh kiến đỏ)

Lacca

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Laccifer lacca Kerr.

ສະກຸນ: Lacciferideae

+ ຄັ່ງເປັນແມງໄມ້ຊະນິດອຶ່ນໂຕສີແດງອາໃສຢູ່ຕາມຕົ້ນໄມ້ເຮັດຮັງເປັນຢາງແຂງຫຸ້ມກ້ານໄມ້ເພື່ອປ້ອງກັນຕົນເອງໃຫ້ພົ້ນໄພຈາກສັດຕູ.

ສ່ວນປະກອບເຄມີສາດ: ທາດສີ (anthraquinon), ທາດຢາງ.

 ຄຸນປະໂຫຍດ,ວິທີໃຊ້:

- ລົດໄຂ້ : ມື້ໜຶ່ງໃຊ້ປະມານ 4-6g.

- ປົວແຂ້ວແມງ: ໃຊ້ໃນຮູບແບບເຫຼົ້າຢາ ທາໃສ່ບ່ອນເປັນແຂ້ວແມງ.

- ໃຊ້ເຮັດສີສໍາລັບຍ້ອມຜ້າໄໝ ຫຼືຍ້ອມຜ້າຟອກສີໄດ້, ຮັງຄັ່ງໃຊ້ເຮັດສິ່ງຂອງໄດ້ຫຼາຍຢ່າງເຊັ່ນ: ໃຊ້ເຄືອບຜ້າພັນສາຍໄຟຟ້າຫຼືເຄືອບເມັດຢາ, ເຮັດສີປະສົມອາຫານ, ໃຊ້ທາໄມ້ໃຫ້ຂຶ້ນເງົາງົດງາມໃຊ້ໄດ້ທົນທານ ນອກນັ້ນຍັງໃຊ້ເຮັດກາວຕິດອີກດ້ວຍ.

 

ມາດ

(Lưu huỳnh)

ປ່ຽນເປັນພາສາຫວຽດ

+ ມາດແມ່ນອົງປະກອບເຄມີທີ່ມີຢູ່ໃນທຳມະຊາດແລ້ວ, ຕົ້ນກຳເນີດແລະວິທີປຸງແຕ່ງຈະມີຮູບຮ່າງແຕກຕ່າງກັນໄປ.

ຄຸນປະໂຫຍດ,ວິທີໃຊ້: ເຮັດເປັນຢາທາພາຍນອກ ແກ້ຝີ, ແກ້ສິວ,ປົວຜູ້ເຖົ້າຍ່ຽວແດງ, ປວດກ້າມແລະຂໍ້. ມາດເອົາມາບົດເປັນຝຸ່ນ ຍັດໃສ່ໄສ້ໝູ ແລ້ວເອົາໄປຕົ້ມໃຫ້ຟົດເດືອດປະມານ 4 ຊົ່ວໂມງ ຫຼັງຈາກນັ້ນບົດເປັນເມັດ, ມື້ໜຶ່ງດຶ່ມປະມານ 2-4g. ນອກນັ້ນຍັງເປັນຢາຂ້າແມ່ທ້ອງ, ຂ້າພະຍາດກາຝາກ, ເຮັດໃຫ້ຂົນສັດເງົາງາມແລະເຫຼື້ອມ, ໃຊ້ເຂົ້າໃນການປຸງແຕ່ງຢາ ແລະເກັບຮັກສາຢາ.

 

ມັນຕົ້ນເຄືອ

(Cát căn)

Radix Puerarie

ປ່ຽນເປັນພາສາຫວຽດ

ຊື້ວິທະຍາສາດ:  Pueraria thomsoni Benth.= Pueraria lobata (Wild) Ohwi

ສະກຸນ: ໝາກຖົ່ວ (Fabaceae).

+ ມັນຕົ້ນເຄືອເປັນພືດທີ່ເກີດເອງຕາມທຳມະຊາດແລະປູກເພື່ອເອົາທາດແປ້ງ, ເປັນອາຫານແລະເປັນຢາ.

ພາກສ່ວນໃຊ້ເປັນຢາ:  ຫົວມັນຕົ້ນເອົາມາປອກເປືອກ, ອົບແຫ້ງຫຼືຕາກແຫ້ງ.

ສ່ວນປະກອບເຄມີສາດ:  ທາດແປ້ງມະນີ 12-15% (ຄິດໄລ່ຕາມຫົວດິບ), flavonoside (puerarine, daizin, daizein).

ຄຸນປະໂຫຍດ:

- ຫົວມັນຕົ້ນເປັນຢາປົວໄຂ້ຮ້ອນ, ປວດຫົວກະຫາຍນ້ຳ, ປົວທ້ອງບິດ, ໄຂ້ອອກຕຸ່ມໝາກໃສ, ແປ້ງມັນຕົ້ນໃຊ້ສຳລັບແຕ່ງເຄື່ອງດຶ່ມ.

- ໃຊ້ຫົວມັນຕົ້ນເຄືອ ຫຼືຢາສັກ puerarine ເປັນຢາສັກເພື່ອລະງັບອາການເຈັບ ຍ້ອນພະຍາດເສັ້ນເລືອດແຄມຫົວໃຈເພາະມັນເຮັດໃຫ້ເສັ້ນເລືອດຢືດ,ຜ່ອນຄວາມດັນເລືອດເຮັດໃຫ້ກ້າມຫົວໃຈ

ມີຄວາມເຂັ້ມແຂງຂຶ້ນ.

- ໃບມັນຕົ້ນເຄືອເປັນຢາແກ້ພິດງູກັດ ຕຳມຸ່ນປັ້ນເອົານ້ຳມາດຶ່ມ, ເຫື້ຍອໂຜະບ່ອນແຜງູກັດ.

- ດອກມັນຕົ້ນເຄືອເປັນຢາປົວໄຂ້ຮ້ອນເດັກ ໃຊ້ໃນຮູບປະພັນຢາຕົ້ມ.

 

ໄມ້ແປກ

(Cây thông)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ຕົ້ນແປກ, ສົນ2ໃບ, ໄມ້ເລື້ອຍ.

ຊື່ວິທະຍາສາດ: Pinus merkusii Jungh et De Vries

ສະກຸນ: ຕົ້ນແປກ (Pinaceae).

+ ເປັນຕົ້ນໄມ້ທີ່ປະຊາຊົນລາວເຮົາປູກເພື່ອເອົາໄມ້.

ພາກສ່ວນໃຊ້ເປັນຢາ: ຢາງທີ່ເອົາມາຈາກລຳຕົ້ນ.

ສ່ວນປະກອບເຄມີສາດ: ທາດຢາງໃນນັ້ນປະກອບດ້ວຍນໍ້າມັນລະເຫີຍປະມານ 20% (alpha pinen). ຢາງຫຼັງຈາກສະກັດເອົານໍ້າມັນລະເຫີຍຈະຍັງເຫຼືອທາດ colophan (acid dextropimaric,

acid levopimaric…).

ຄຸນປະໂຫຍດ:

- ໄມ້ແປກໃຊ້ເຂົ້າໃນອຸດສາຫະກໍາສີ.

- ເປັນຢາປົວຫອບຫືດ, ແກ້ໄອ, ປົວບາດແຜ, ປົວຝີ, ປົວຂີ້ຫິດ, ຂີ້ເຮື້ອນ.

- ນໍ້າມັນລະເຫີຍຂອງໄມ້ແປກຍັງໃຊ້ເຂົ້າໃນອຸດສາຫະກໍາເພື່ອເຮັດທາດຫອມ.

 

ມອນແກ້ວ

(Dâu tằm)

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Morus alba L.

ສະກຸນ: ມອນແກ້ວ (Moraceae).

+ ເປັນຕົ້ນໄມ້ທີ່ປະຊາຊົນລາວເຮົາປູກຫຼາຍ ປູກເປັນສວນເພື່ອລຽ້ງມ້ອນແລະເຮັດຢາ.

ພາກສ່ວນໃຊ້ເປັນຢາ: ເປືອກຮາກ (Cortex Mori), ໃບ (Folium Mori), ງ່າ (Ramulus Mori), ໝາກ (Fructus Mori), ຍອດ ແລະຮັງ  (Ootheca Mantidis).

ສ່ວນປະກອບເຄມີສາດ:

- ເປືອກຮາກ ປະກອບດ້ວຍອາຊິດ ອົງຄະທາດ, tanin, pectin, flavonoside.

- ໃບ ປະກອບດ້ວຍທາດ chlorophyl, flavonoside, coumarin.

- ງ່າ ບັນຈຸທາດ cellulose, tanin, flavonoside.

- ໝາກ ປະກອບດ້ວຍທາດ anthocyan (ທາດສີ), ທາດນໍ້າຕານ (glucose, fructose), vitamin B ,C, tanin, protein, ອາຊິດ ອົງຄະທາດ.

ຄຸນປະໂຫຍດ, ວິທີໃຊ້ແລະປະລິມານໃຊ້:

- ເປືອກຮາກ: ແກ້ໄອ, ໄອອອກເລືອດ, ປົວໂລກນໍ້າຄາເນື້ອ, ຂັບປັດສາວະ. ມື້ໜຶ່ງໃຊ້ປະມານ 4-12g ໃຊ້ໃນຮູບແບບຢານໍ້າຕົ້ມ.

- ໃບ: ປົວໄຂ້ຫວັດ, ປົວໄອ, ແກ້ເຈັບຄໍ, ແກ້ປວດຫົວ, ປົວຕາແດງ, ແກ້ຕຸ່ມໝາກສຸກໝາກໃສ, ລົດຄວາມດັນເລືອດສູງ. ມື້ໜຶ່ງໃຊ້ປະມານ 4-12g ໃຊ້ໃນຮູບແບບຢານໍ້າຕົ້ມ.

ມູກຫຼວງ

(Mức hoa trắng)

ປ່ຽນເປັນພາສາຫວຽດ

ຊື້ອຶ່ນ: ມູກຫຼວງ.

ຊື່ວິທະຍາສາດ: Holarrhena antidysenterica Wall.

ສະກຸນ: ຕົ້ນດອກຄຳ (Apocynaceae).

+ ເປັນຕົ້ນໄມ້ທີ່ເກີດເອງຕາມທຳມະຊາດ, ມີຢູ່ທຸກໆທ້ອງຖິ່ນໃນປະເທດເຮົາແລະໃນປະເທດອຶ່ນ.

ພາກສ່ວນໃຊ້ເປັນຢາ: ແກ່ນ, ເປືອກລຳ.

ສ່ວນປະກອບເຄມີສາດ: alcaloid (conesin, norconesin, holarhenin…), ໃນແກ່ນຍັງມີທາດໄຂມັນ.

ຄຸນປະໂຫຍດ: ປົວທ້ອງບິດ, ຖອກທ້ອງ.

ວິທີໃຊ້ແລະປະລິມານໃຊ້: ປົກກະຕິຈະໃຊ້ໃນຮູບແບບຝຸ່ນ, ເຫຼົ້າບອງຢາ, ກາວແຫຼວ.

 - ໃນຮູບຢາຝຸ່ນ (ເປືອກ) ໃຊ້ມື້ໜຶ່ງປະມານ 10g, ຝຸ່ນ (ແກ່ນ) ມື້ໜຶ່ງ 3-6g

 - ໃນຮູບແບບເຫຼົ້າ (ຈາກແກ່ນ) 1/5 ມື້ໜຶ່ງໃຊ້ປະມານ 2-6g, ສ່ວນໃນຮູບແບບກາວແຫຼວ 1/1 ມື້ໜຶ່ງໃຊ້ປະມານ 1-3g.

ກັບຄືນໜ້າທໍາອິດ

(Trở về đầu trang)


ຢາຫົວຂໍ້

 (Thổ phục linh)

Rhizoma Smilacis glabrae

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ເຂົ້າເຢັນໃຕ້.

ຊື່ວິທະຍາສາດ: Smilax glabra Roxb.

ສະກຸນ: Smilacaceae

+ ເປັນຕົ້ນໄມ້ທີ່ເກີດເອງຕາມທໍາມະຊາດ.

ພາກສ່ວນໃຊ້ເປັນຢາ: ລໍາຮາກຕາກແຫ້ງຫຼືອົບແຫ້ງ.

ສ່ວນປະກອບເຄມີສາດ: saponin steroid, flavonoid, tanin, ທາດແປ້ງມະນີ.

ຄຸນປະໂຫຍດ: ປົວໂລກປວດໃນຂໍ້, ອັກເສບຂໍ້, ເປັນຢາຂັບປັດສາວະ, ປົວໂລກນໍ້າຄາເນື້ອ, ປົວກະເພາະອັກເສບ, ປົວນໍ້າກັດຕາມຕີນ​ (ຕີນຫໍ), ປົວຝີຄັນ.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 12-20g ໃນຮູບແບບຢານໍ້າຕົ້ມ, ຝຸ່ນ ໃຊ້ສົມທົບກັບຕົ້ນໄມ້ເປັນຢາຊະນິດອຶ່ນ.

 

ຢາງຄັນຄາກ

(Nhựa cóc)

Secretio Bufonis

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Bufo bufo Lin.

ສະກຸນ: ຄັນຄາກ (Bufonidae).

ພາກສ່ວນໃຊ້ເປັນຢາ: ຢາງໂຕຄັນຄາກ.

ສ່ວນປະກອບເຄມີສາດ: ທາດເຊີດຊູຫົວໃຈ.

ຄຸນປະໂຫຍດ,ວິທີໃຊ້ແລະປະລິມານໃຊ້:

- ປົວໄຂ້ຮ້ອນ, ແກ້ອາການລະເມີ.

- ຊີ້ນຄັນຄາກແຫ້ງ: ມື້ໜຶ່ງກິນປະມານ 2-3g ເປັນຢາບໍາລຸງເດັກນ້ອຍຈ່ອຍຜອມ, ປົວໂລກກະດູກອ່ອນ, ປົວເດັກນ້ອຍຂະຫຍາຍຕົວຊ້າ, ແຂ້ວປົ່ງຊ້າ.

! ເອົາໃຈໃສ່: ໄຂ່ແລະຢາງໂຕຄັນຄາກມີພິດຮ້າຍແຮງອາດຈະເຮັດໃຫ້ຕາຍໄດ້ ສະນັ້ນເວລາໃຊ້ຄວນລະມັດລະວັງ.

ກັບຄືນໜ້າທໍາອິດ

(Trở về đầu trang)


ເລັບມືນາງ

(Ngũ gia bì chân chim)

ປ່ຽນເປັນພາສາຫວຽດ

ຊື້ອຶ່ນ: ຕີນນົກ.

ຊື້ວິທະຍາສາດ: Schefflera heptaphylla (L.) Harms = Schefflera octophylla Harms.

+ ສະກຸນ: Araliaceae

+ ເປັນພືດທີ່ເກີດເອງຕາມທຳມະຊາດ.

ພາກສ່ວນໃຊ້ເປັນຢາ: ເປືອກລຳ.

ສ່ວນປະກອບເຄມີສາດ: sponin, tanin, ນ້ຳມັນຫອມລະເຫີຍ.

ຄຸນປະໂຫຍດ: ເປັນຢາເຮັດໃຫ້ກິນເຂົ້າແຊບ, ປົວເຈັບແອວ, ເຈັບກະດູກ, ຕີນມືອຳມະພາດ, ຕົນໂຕບວມໃຄ່.

ວິທີໃຊ້ແລະປະລິມານໃຊ້: ມື້ໜຶ່ງໃຊ້ປະມານ 10-20g ດ້ວຍຮູບປະພັນຢາຕົ້ມຫຼືບອງເຫຼົ້າ.

 

ເລັບຄຸດຝອຍ

(Đinh lăng)

Radix Polysciacis

ປ່ຽນເປັນພາສາຫວຽດ

ຊື່ວິທະຍາສາດ: Polyscias fruticosa Harms = Tieghemopanax fruticosus Vig. = Panax fruticosum L.

ສະກຸນ: ເລັບມືນາງ (Araliaceae).

+ ເປັນຕົ້ນໄມ້ທີ່ເກີດເອງຕາມທໍາມະຊາດ, ປະຊາຊົນລາວເຮົາເຄີຍປູກໄວ້ເອ້ຕາມແຄມທາງ.

ພາກສ່ວນໃຊ້ເປັນຢາ: ຮາກ, ລໍາ, ງ່າແລະໃບ.

ສ່ວນປະກອບເຄມີສາດ: saponintriterpenic.

ຄຸນປະໂຫຍດ: ເປັນຢາບໍາລຸງຮ່າງກາຍ, ຊ່ວຍຈະເລີນອາຫານ, ແກ້ໄຂ້, ປົວນົມໃຄ້, ບໍາລຸງນໍ້ານົມ, ແກ້ປວດຫົວ, ແກ້ໄອ, ໄອອອກເລືອດ, ປົວອັກເສບຂໍ້ຕໍ່, ປວດຫຼັງປວດແອວ.

ວິທີໃຊ້ແລະປະລິມານໃຊ້:

- ມື້ໜຶ່ງໃຊ້ປະມານ 1-6g ຮາກຫຼື 30-50g ລໍາ, ງ່າ. ໃຊ້ໃນຮູບແບບຢານໍ້າຕົ້ມ, ເຫຼົ້າບອງຢາ.

- ໃບດິບ (50-100g) ເອົາມາຕົ້ມໃສ່ເຂົ້າປຽກກິນເປັນຢາຂັບນໍ້ານົມ, ໃບດິບຕໍາມຸ່ນແລ້ວໂຜະ.

- ໃບດິບຍັງໃຊ້ກິນກັບກ້ອຍປາ, ລາບປາ.

! ເອົາໃຈໃສ່: ຕົ້ນເລັບຄຸດໃບມົນ (Polyscias balfourii Baill.) ກໍ່ມີຄຸນປະໂຫຍດຄືກັນກັບຕົ້ນເລັບຄຸດຝອຍ.

 

ລີ້ນເສືອ

(Cây trâu cổ)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ຕີນຕຸກແກ, ໝາກເດື່ອປ່າ.

ຊື່ວິທະຍາສາດ:  Ficus pumila L. = Ficus stipulata Thunb.

ສະກຸນ: ມອນແກ້ວ (Moraceae).

+ ເປັນຕົ້ນໄມ້ທີ່ເກີດເອງຕາມທໍາມະຊາດ.

ພາກສ່ວນໃຊ້ເປັນຢາ: ໝາກ (Fructus Fici pumilae), ໃບ, ງ່າ (Caulis Fici pumilae), ທາດຢາງ.

ສ່ວນປະກອບເຄມີສາດ: ທາດຢາງ (13%), alcaloid.

ຄຸນປະໂຫຍດ, ປະລິມານໃຊ້:

- ໝາກເປັນຢາບໍາລຸງກໍາລັງ, ແກ້ເຈັບແອວ, ແກ້ທ້ອງບິດ ແລະເປັນຢາຂັບນໍ້ານົມ. ມື້ໜຶ່ງໃຊ້ປະມານ 3-6g ຫຼືອາດຈະໃຊ້ເຖິງ 20g ໃຊ້ໃນຮູບແບບຢານໍ້າຕົ້ມ.

- ງ່າແລະໃບ ເປັນຢາປົວຝີ, ຂັບປັດສາວະ, ຂັບພິດ, ຂັບນໍ້ານົມ. ມື້ໜຶ່ງໃຊ້ປະມານ 8-16g ໃນຮູບແບບຢານໍ້າຕົ້ມ, ກາວ.


ລູກໂທະ

(Sim)

ປ່ຽນເປັນພາສາຫວຽດ

ຊື່ອຶ່ນ: ກະທຸ.

ຊື່ວິທະຍາສາດ:  Rhodomyrtus tomentosa (Ait) Hassk. = Rhodomyrtus parviflora Alston

ສະກຸນ: Myrtaceae

+ ລູກໂທະເກີດເອງຕາມທໍາມະຊາດ.

ພາກສ່ວນໃຊ້ເປັນຢາ: ດອກຈູມ, ໃບ, ໝາກສຸກ.

ສ່ວນປະກອບເຄມີສາດ: tanin, ໃນໝາກມີທາດ protein, ທາດໄຂມັນ, glucid, vitamin A.

ຄຸນປະໂຫຍດ: ແກ້ທ້ອງບິດ, ຂັບພະຍາດກາຝາກ, ປົວຝີບວມໜອງ, ປົວແຜຂີ້ຫິດ, ຂີ້ເຮື້ອນ, ເປັນຢາບໍາລຸງຄັນ, ບໍາລຸງກໍາລັງ ແລະບໍາລຸງເລືອດ.

ວິທີໃຊ້ແລະປະລິມານໃຊ້:ມື້ໜຶ່ງໃຊ້ປະມານ 16-30g ດອກ ໃຊ້ໃນຮູບແບບຢານໍ້າຕົ້ມ ຫຼືຈະເອົາດອກສົດມາຫຍໍ້າແລ້ວກືນກິນນໍ້າກໍ່ໄດ້. ໃບແລະດອກຈູມເອົາມາຕົ້ມຂ້ຽວໃຊ້ທາໃສ່ຝີບວມ, ແຜຂີ້ຫິດ.

 

 

 

ກັບຄືນໜ້າທໍາອິດ

(Trở về đầu trang)


 

ກັບຄືນໜ້າທໍາອິດ

(Trở về đầu trang)